ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມການເງິນ

 

20200630-Finance Dept1

 20200630-Finance Dept2

20200630-Finance Dept3

 

ໃນຕອນເຊົ້າ​ຂອງ ວັນ​ທີ 30 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ III ຂອງໜ່ວຍ​ພັກ​ກົມການ​ເງິນໄດ້ໄຂຂຶ້ນຢ່າງເປັນທາງການ ໃນບັນ​ຍາ​ກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ພວມ ດໍາເນີນແຂ່ງ​ຂັນ​ກັນສ້າງຜົນງານເພື່ອ​ສະ​ເຫຼີມ​ສະຫຼຼອງວັນສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 65 ປີແລະ ຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນສໍາຄັນອື່ນໆ ຂອງຊາດຢ່າງເປັນຂະບວນຟົດຟື້ນໄດ້​ໃຫ້ກຽດເຂົົ້າ​ຮ່ວມ​​ເປັນ​ປະ​ທານກອງ​ປະ​ຊຸມ ແລະ ໃຫ້​ການ​ໂອ້​ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດແລະ ໃຫ້​ກຽດ​ເປັນ​ປະ​ທານ​ຮ່ວມ ຂອງ ສະຫາຍ ຄຳ​ພ​ໍ ໄຂ​ຄຳ​ພິ​ທູນ, ເລຂາໜ່ວຍພັກ ກົມການ​ເງິນ, ມີ​ບັນ​ດາ​ສະ​ຫາຍ​ເລ​ຂາ​ໜ່ວຍ​ພັກ, ຮອງ​ເລ​ຂາ​ໜ່ວຍ​ພັກອ້ອມ​ຂ້າງ​ກະ​ຊວງ 4 ສະ​ຫາຍ ແລະ ມີຜູ້​ແທນ​ເຂົ້​າ​ຮ່ວມ​ທັງ​ໝົດ 29 ສະ​ຫາຍ, ໃນນັ້ນ ມີຜູ້​ແທນ​ສົມ​ບູນ 27 ສະຫາຍ, ຍິງ 18 ສະຫາຍ ແລະ ສະມາຊິກພັກສໍາຮອງ 2 ສະຫາຍ.

ອ່ານເພີ່ມເຕີມ... 

ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ແລະ ຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ

20200703ECO

20200703ECO 2

ໃນວັນທີ 1-2 ກໍລະກົດ 2020, ທ່ານ ສົມບູນ ສີຫານາດ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມເຈົ້າໜ້າທີ່ອາວຸໂສ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ (The Lower Mekong Initiative Senior Official’s Meeting and The Friends of the Lower Mekong). ໂດຍການເປັນປະທານຮ່ວມຂອງ ສສ. ຫວຽດນາມ ແລະ ສ.ອາເມລິກາ ແລະ ມີບັນດາປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ສະຖານທູດລາວ ປະຈຳ ປະເທດຝຣັ່ງ

 

20200626LaoEmbToFrance

 

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 02 ສະຫາຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ຢົງ ຈັນທະລັງສີ ປະກອບດ້ວຍຄະນະປະທານສອງສະຫາຍຄື: ສະຫາຍ ສາຍສະໝອນ ປຣະສອນໄຊ ແລະ ສະຫາຍ ມໍລະກົດ ວົງໄຊ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483897
ມື້ນີ້21
ມື້ວານ183
ອາທິດນີ້335
ເດືອນນີ້3202