ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສ.ອາເມລິກາ

 

ASEAN LMI SOM 1

ASEAN LMI SOM 2

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສ. ອາເມລິກາ ( Lower Mekong Initiative Senior Officials’ Meeting ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2015, ທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເດນຽວ ຣັດໂຊ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ແລະ ມີຄະນະຜູ້ແທນຈາກບັນດາປະເທດແມ່ນໍ້າຂອງຕອນລຸ່ມ ຄື: ກໍາປູເຈຍ, ມຽນມາ, ໄທ, ສສ. ຫວຽດນາມ ​ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມດັ່ງກ່າວ ໄດ້ທົບທວນຄວາມ​ຄືບ​ຫນ້າ​ຂອງການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆຂອງຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ​ໄດ້​ພ້ອມກັນຊອກ​ຫາ​ວິທີ​ທາງ​ໃນ​ການ​ເລັ່ງລັດຈັດຕັ້ງປະຕິບັດແຜນປະຕິບັດງານຂອງຂອບຮ່ວມມືດັ່ງກ່າວ ໃນໄລຍະໃໝ່ 2016-2020 ​ແລະ ເອກະສານແນວຄວາມຄິດ ກ່ຽວກັບ ການເສີມຂະຫຍາຍການຮ່ວມມືຜ່ານໂຄງການຝຶກອົບຮົມ ໂດຍສົມທົບກັບບັນດາປະເທດເພື່ອນແມ່ນໍ້າຂອງຕອນລຸ່ມ ຄື: ອົດສະຕາລີ, ຍີ່ປຸ່ນ, ສ. ເກົາຫລີ, ນິວຊີແລນ, ສະຫະພາບເອີຣົບ, ທະນາຄານ ພັດທະນາອາຊີ ແລະ ທະນາຄານໂລກ. ທັງໝົດນີ້ ກໍເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສ. ອາເມລິກາ ຄັ້ງທີ 9, ຊຶ່ງ ສປປລາວ ຈະ​ເປັນ​ເຈົ້າພາບຈັດຂຶ້ນໃນເດືອນ ກໍລະກົດ 2016 ທີ່ ນະຄອນຫຼວງວຽງຈັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485520
ມື້ນີ້25
ມື້ວານ196
ອາທິດນີ້556
ເດືອນນີ້4825