ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 ( 7/2016 CPR Meeting )ໄດ້ຈັດຂື້ນໃນວັນທີ 5 ພຶດສະພາ 2016, ທີ່ ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ ພາຍໃຕ້ການເປນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບວຽກເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ພະນັກງານການທູດຈາກບັນດາປະເທດສະມາຊິກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫລັກຂອງກອງປະຊຸມຄັ້ງທີ 7 ປະຈຳປີ 2016 ນີ້ ແມ່ນເລັ່ງໃສ່ສືບຕໍ່ປຶກສາຫາລືບັນດາໜ້າວຽກປົກກະຕິ ຂອງຄະນະກຳມະການຜູ້ຕາງໜ້າຖາວອນ ແລະ ກະກຽມເນື້ອໃນໃຫ້ແກ່ບັນດາກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM), ກອງປະຊຸມລະດັບເຈົ້າໜ້າທີອາວຸໂສກອງປະຊຸມສຸດຍອດາອາຊີຕາເວັນອອກ (EAS SOM) ແລະ ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສເວທີປຶກສາຫາລືພາກພື້ນອາຊຽນ (ARF SOM), ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ ເມືອງຫຼວງພະບາງ. ນອກຈາກນີ້, ພາຍຫລັງສຳເລັດກອງປະຊຸມຂອງຕົນ, ຄະນະກຳມະການຜູ້ຕາງຫນ້າຖາວອນຈະໄດ້ສືບຕໍ່ຈັດກອງປະຊຸມເຈລະຈາ ກັບ ຣັດເຊຍ, ເຊິ່່ງໄດ້ສຸມໃສ່ການຮ່າງ 2 ເອກະສານສຳຄັນ ທີ່ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ຈະຈັດຂື້ນໃນວັນທີ 19-20 ພຶດສະພາ ທີ່ ໂຊຈິ, ຣັດເຊຍ ຄື: (1) ຮ່າງຖະແຫລງການໂຊຈິ ວ່າດ້ວຍ ການສະເຫລີມສະຫລອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 20 ປີ; ແລະ (2) ແຜນປະຕິບັດງານ ອາຊຽນ-ຣັດເຊຍ ສະບັບໃໝ່ ສຳລັບໄລຍະປີ 2016-2020.
ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ຈັດຂຶ້ນ ສອງຄັ້ງຕໍ່ເດືອນ ແລະ ຄັ້ງຕໍ່ໄປ (8/2016) ຈະຈັດຂຶ້ນໃນວັນທີ 26 ພຶດສະພາ 2016 ທີ່ ຈາກາກຕາ, ປະເທດອິນໂດເນເຊຍ.