ໃນວັນທີ 24 ເມສາ 2016, ທີ່ ນະຄອນຫລວງລອນດອນ, ປະເທດອັງກິດ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫລີມສະຫລອງປີໃໝ່ລາວ ພສ 2559 ແລະ ສູດປະລິຕະມົງຄຸນຂຶ້ນຢູ່ສະຖານທູດ ຊຶ່ງເປັນການທຳພິທີທາງສາສະໜາຄັ້ງທຳອິດ ນັບແຕ່ສະຖານເອກອັກຄະລັດຖະທູດໄດ້ຮັບການເປີດຄືນໃໝ່.
ໃນໂອກາດນີ້ ໄດ້ມີຄົນເຊື້ອຊາດລາວ ທີ່ອາໃສຢູ່ ສະຫະຣາຊະອານາຈັກອັງກິດ, ຄົນອັງກິດ, ນັກຮຽນ ນັກສຶກສາ ເຂົ້າຮ່ວມ 80 ກວ່າຄົນ.
ໃນພິທີທີ່ມີຄວາມໝາຍສຳຄັນນີ້, ນອກຈາກເປັນການຊ່ວຍເຕົ້າໂຮມຄົນເຊື້ອຊາດລາວ ແລະ ຊ່ວຍປົກປັກຮັກສາຮີດຄອງປະເພນີລາວທີ່ຈົບງາມໄວ້ແລ້ວ ກໍຍັງເປັນອີກໂອກາດຫນຶ່ງໃຫ້ ທ່ານ ໄຊຍະການ ສີສຸວົງ, ເອກອັກຄະລັດຖະທູດລາວ ແຈ້ງຜົນສຳເລັດຊອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະ 40 ປີ, ຍົກໃຫ້ເຫັນການພົວພັນ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ - ສະຫະຣາຊະອານາຈັກ ອັງກິດ ມີຈັງຫວະຂະຫຍາຍຕົວ ນັບແຕ່ການເປີດສະຖານທູດຂອງກັນ ແລະ ກັນ ຄືນໃໝ່.
ໃນວັນທີ 06 ພະຈິກ 2014, ທ່ານ ທອງລຸນ ສີສຸລິດ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ລອນດອນຄືນໃໝ່ ພາຍຫລັງທີ່ປິດລົງ ໃນປີ 1985.