ໃນຕອນເຊົ້າຂອງວັນທີ 21 ເມສາ 2016, ທີ່ສໍານັກງານປະທານາທິບໍດີ ເຮວຊິນກິ, ທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Sauli Niinistö, ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ແຟງລັງ, ໂດຍປະຈຳການຢູ່ ສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ ນະຄອນຫລວງ ສະຕ໋ອກໂຮມ, ປະເທດ ຊູແອດ.
ໃນໂອກາດນີ້, ທ່ານ ບຸນແພງ ຊາຍກັນຍາ, ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່່ນ, ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມວັດທະນາຖາວອນຂອງ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ຝາກເຖິງ ພະນະທ່ານ Sauli Niinistö, ແລະ ຄະນະລັດຖະບານ ກໍຄືປະຊາຊົນຊາວ ແຟງລັງ ທຸກຖ້ວນໜ້າ.
ພະນະທ່ານ Sauli Niinistö, ໄດ້ສະແດງຄວາມຊົມເຊີຍ ທ່ານ ບຸນແພງ ຊາຍກັນຍາ, ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ເພື່ອປະຕິບັດໜ້າທີ່ີອັນມີກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານທູດ ຈົ່ງໄດ້ຮັບຜົນສຳເລັດໃນການເຄື່ອນໄຫວວຽກງານການທູດ ຢ່າງຈົບງາມ. ພ້ອມດຽວກັນນີ້, ພະນະທ່ານ Sauli Niinistö, ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກ ມາຍັງພະນະທ່ານ ປະທານປະເທດ ຈູມມາລີ ໄຊຍະສອນ ແລະ ປະຊາຊົນລາວນຳດ້ວຍ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ບຸນແພງ ຊາຍກັນຍາ ຍັງໄດ້ເຂົ້າຢ້ຽມຢາມອັດທະຍາໄສ ບັນດາກົມ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງ ກະຊວງການຕ່າງປະເທດແຟງລັງ ເພື່ອທຳຄວາມຮູ້ຈັກຄຸ້ນເຄີຍສຳລັບການປະສານວຽກງານໃນຕໍ່ໜ້າ ແນ່ໃສ່ການເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ແຟງລັງ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ້າງຕັ້ງສາຽພົວພັນການທູດກັບ ສາທາລະນະລັດ ແຟງລັງ ແຕ່ວັນທີ 21/01/1975 ແລະ ມີການພົວພັນຊ່ວຍເຫລືອຊຶ່ງກັນ ແລະ ກັນ ມາໂດຍຕະຫລອດ.