ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຮ່ວມກັບສະມາຄົມມິດຕະພາບ ຮົງກາຣີ - ລາວ ຈັດພິທີ ສະເຫລີມ ສະຫລອງປີໃໝ່ລາວ ພສ 2566

 

20234 2

20234 1

20234 3

 

     

   ໃນໂອກາດສະເຫລີມ ສະຫລອງ ປີໃໝ່ລາວ ພສ 2566, ເພື່ອສານສຳພັນເພີ່ມຄວາມຮັກແພງສາມັກຄີສອງຊາດ ລາວ - ຮົງກາຣີ, ທັງເປັນການຮັກສາຮີດຄອງປະເພນີ ເຜີຍແຜ່ວັດທະນະທຳ ອັນດີງາມຂອງຊາດໃຫ້ຕ່າງປະເທດໄດ້ຮັບຮູ້, ສະນັ້ນ, ສະຖານທູດລາວ ຮ່ວມກັບ ສະມາຄົມມິດຕະພາບ ຮົງກາຣີ - ລາວ ໄດ້ພ້ອມພຽງສາມັກຄີກັນຈັດພິທີສະເຫລີມສະຫລອງ ປີໃໝ່ລາວ ພສ 2566, ໃນວັນທີ 30 ເມສາ 2023 ທີ່ ນະຄອນຫລວງ ບູດາແປສ, ໂດຍມີທ່ານ ນາງ ບົົວແກ້ວ ສຸນນະລາດ, ອຸປະທູດ ສປປ ລາວ ປະຈຳສະຖານທູດລາວ ທີ່ ບູດາແປສ ໃຫ້ກຽດກ່າວເປີດງານ, ໃນໂອກາດດັ່ງກ່າວທ່ານຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ຂອງສອງປະເທດລາວ - ຮົງກາຣີ ທີ່ມີມາແຕ່ດົົນນານ, ລວມໄປເຖິງການຮ່ວມມືໂຄງການຕ່າງໆ, ການສຶກສາ ຂອງສອງປະເທດ ແລະ ຖືເອົາໂອກາດດັ່ງກ່າວ ເຜີຍແຜ່, ເຊື້ອເຊີນ ທັງເຊີນຊວນ ບັນດາແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ເຫັນເຖິງວັດທະນະທຳອັນດີງາມຂອງຊາດລາວ,ໄປທ່ອງທ່ຽວ ແລະ ດຳເນີນທຸລະກິດໃນ ສປປລາວໃນຕໍ່ໜ້າ.

 

    ການສະເຫລີມ ສະຫລອງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງຄວາມສາມັກຄີີມ່ວນຊື່ນຮັກແພງ, ມີແຂກຜູ້ຖືກເຊີີນ ທັງຄົນເຊື້້ອຊາດລາວທີ່ດຳລົງຊີວິດໃນຮົງກາຣີ ແລະ ແຂກຕ່າງປະເທດກໍຄືຄົນຮົງກາຣີ ຊຶ່ງໃຫ້ຄວາມສົນໃຈເປັນພິເສດ ສະແດງອອກໃນການສອບຖາມຮຽນຮູ້ວັດທະນະທຳການນຸ່ງຖື, ບາສີປີໃໝ່ລາວ, ການຟ້ອນລຳວົງລາວ ແລະ ສົນໃຈຢາກໄປທ່ຽວລາວ, ລວມທັງນັກສຶກສາລາວເຂົ້າຮ່ວມໃນການສະແດງສິນລະປະວັດທະນະທຳລາວຢ່າງພ້ອມພຽງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485627
ມື້ນີ້132
ມື້ວານ196
ອາທິດນີ້663
ເດືອນນີ້4932