ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດອິນໂດປາຊີຟິກ ຂອງ ສ. ເກົາຫຼີ ແລະ ຂໍ້ລິເລີ່ມຄວາມສາມັກຄີ ລະຫວ່າງ ສ. ເກົາຫຼີ - ອາຊຽນ’’ “Korea’s Indo - Pacific Strategy and Korea - ASEAN Solidarity Initiative’’

20230428 Seminar ROK Indo Pacific 01

 

20230428 Seminar ROK Indo Pacific 02

 

20230428 Seminar ROK Indo Pacific 03

 

ໃນວັນທີ 28 ເມສາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ ຍຸດທະສາດອິນໂດປາຊີຟິກ ຂອງ ສ. ເກົາຫຼີ ແລະ ຂໍ້ລິເລີ່ມຄວາມສາມັກຄີ ລະຫວ່າງ ສ. ເກົາຫຼີ - ອາຊຽນ ’’ (Korea’s Indo-Pacific Strategy and Korea-ASEAN Solidarity Initiative) ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານຮ່ວມຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດແລະ ທ່ານ  Jung Yung Soo , ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ ພ້ອມທັງ ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນ ກະຊວງການຕ່າງປະເທດ, ບັນດາກະຊວງຂະແໜງການອ້ອມຂ້າງສູນກາງ, ຄູ-ອາຈານ ແລະ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລວມທັງພະນັກງານສະຖານທູດ ສ. ເກົາຫຼີ ປະຈຳ ສປປ ລາວ ທັງໝົດຈຳນວນ 150 ທ່ານ.

 

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຮັບຟັງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ນະໂຍບາຍການຕ່າງປະເທດຂອງ ສ. ເກົາຫຼີ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ   ສ. ເກົາຫຼີ. ພ້ອມກັນນັ້ນ, ກໍຍັງໄດ້ຮັບຟັງຍຸດທະສາດອິນໂດປາຊີຟິກຂອງ ສ. ເກົາຫຼີ ແລະ ຂໍ້ລິເລີ່ມຄວາມສາມັກຄີ ລະຫວ່າງ ສ. ເກົາຫຼີ ແລະ ອາຊຽນ.

 

ໃນພິທີກ່າວເປີດກອງປະຊຸມ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ປະທານຮ່ວມກອງປະຊຸມ ໄດ້ເນັ້ນໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນພາກພື້ນ ແລະ ສາກົນ ຕະຫຼອດໄລຍະຜ່ານມາ. ເພື່ອສົ່ງເສີມຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ນະໂຍບາຍການຕ່າງປະເທດ ຂອງ ສ. ເກົາຫຼີ, ກຳໄດ້ຍຸດທະສາດ ແລະ ແຜນບຸລິມະສິດ ຂອງ ສ. ເກົາຫຼີ ໃນການຮ່ວມມື ລະຫວ່າງ ສ. ເກົາຫຼີ ກັບ ບັນດາປະເທດອາຊຽນ ເວົ້າລວມ, ເວົ້າສະເພາະ ກັບ ສປປ ລາວເຮົາ ລວມທັງ ຍຸດທະສາດອິນໂດ-ປາຊີຟິກ ຂອງ ສ. ເກົາຫຼີ ແລະ ຂໍ້ລິເລີ່ມການຮັດແຫນ້ນຄວາມເປັນໜຶ່ງດຽວ ລະຫວ່າງ ສ. ເກົາຫຼີ - ອາຊຽນ ທີ່ຜູ້ນໍາ ສ. ເກົາຫຼີ ປະກາດໃນກອງປະຊຸມສຸດຍອດອາຊຽນ - ສ. ເກົາຫຼີ ຄັ້ງຜ່ານມາ ທີ່ ພະນົມເປັນ, ກຳປູເຈຍ.

 

ກອງປະຊຸມ ໄດ້ດຳເນີນເປັນເວລາເຄິ່ງວັນໂດຍໄດ້ຮັບຟັງການນໍາສະເໜີບົດໂດຍນັກວິທະຍາກອນ ຈາກຝ່າຍ ສ. ເກົາຫຼີ ໂດຍສະເພາະ ທ່ານ Lee Hyuk, ຜູ້ຕາງໜ້າພິເສດ ຂອງ ລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ ກໍຄື ທ່ານ ນ. Chung Kyung Hwa, ຫົວໜ້າ​ພະ​ແນ​ກອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສຳນັກງານ​ອາ​ຊຽນ, ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ, ເຊິ່ງໄດ້ຜັດປ່ຽນກັນນໍາສະເໜີບົດຕາມແຕ່ລະວາລະຄື: ວາລະທີ 01: ຍຸດທະສາດອິນໂດປາຊີຟິກ ຂອງ ສ. ເກົາຫຼີ (Korea’s Indo-Pacific Strategy) ແລະ ວາລະທີ 02: ຂໍ້ລິເລີ່ມຄວາມສາມັກຄີ ລະຫວ່າງ ສ. ເກົາຫຼີ - ອາຊຽນ (Korea-ASEAN Solidarity Initiative). ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ     ກໍໄດ້ມີການຕັ້ງຄໍາຖາມເພື່ອແລກປ່ຽນທັດສະນະ ແລະ ຄໍາຄິດຄໍາເຫັນທີ່ຕິດພັນກັບຫົວຂໍ້ດັ່ງກ່າວຢ່າງກົງໄປກົງມາ.

 

ກອງປະຊຸມ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ໃນຕອນທ້າຍຂອງພິທີ, ທ່ານ ໄມ ໄຊຍະວົງສ໌,    ຫົວໜ້າສະຖາບັນການຕ່າງປະເທດ, ຜູ້ນຳພາກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາວິທະຍາກອນ ແລະ   ຜູ້ເຂົ້າຮ່ວມ ທີ່ໄດ້ພ້ອມກັນແລກປ່ຽນທັດສະນະ, ປຶກສາຫາລືຮ່ວມກັນ ໂດຍສະເພາະຂໍ້ລິເລີ່ມໃໝ່ ແລະ ຍຸດທະສາດຂອງ ສ. ເກົາຫຼີ ຕໍ່ກັບພາກພື້ນ ແລະ ສາກົນ ກໍຄື ບັນຫາທີ່ຕິດພັນກັບການສົ່ງເສີມຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ - ສ. ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480297
ມື້ນີ້127
ມື້ວານ157
ອາທິດນີ້695
ເດືອນນີ້6528