ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະຮ່ວມງານການລະນຶກວັນສິ້ນພະຊົມຂອງລາຊະທິດາໂຍ່ຍຮວາ (ລາຊະທິດາລາວ) ຢູ່ແຂວງນິງບີ່ງ

 

2023423 1

2023422

2023422 3

 

     ວັນ​ທີ 22 ​ເມສາ 2023,  ທີ່ ບ້ານ​ທ້າຍ​ເຊີນ, ຕາ​ແສງ​ເຊີນ​ລາຍ, ​ເມືອງ​ຍໍ​ກວນ ແຂວງນິງບິ່ງ ​ໄດ້​ຈັດ​ງານ​ວັດທະນະທຳ​ເພື່ອ​ລະນຶກ​ເຖີ່ງຄຸນງາມຄວາມດີ​ຂອງ​ລາຊະ​ທິດາ ​ໂຍ່ຍ​ຮວາ ​(ລາຊະ​ທິດາ ລາວ) ທີ່​ໄດ້ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ປາງ​ສົ່ງ​ຄາມສະໄໝ​ດ້າຍ​ຫວຽດ ໃນການຕ້ານສັດຕູ​ຜູ້ຮຸກຮານ.

 

    ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ, ​ຕາງໜ້າ​ພະ​ແນ​ກວັດທະນະທຳ ​ແລະ ກິລາ ມີ​ເຈົ້າ​ເມືອງ​ຍໍ​ກວານ​ ກໍຄື​ອຳນາດ​ການ​ປົກຄອງ​ບ້ານຖາຍເຊີນ, ຕາ​ແສງເສີນລາຍ ​ແລະ ​ເມືອງຍໍກວານ ​ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ເຂົ້າຮ່ວມ​ຢ່າງພ້ອມພຽງ. ນອກ​ນັ້ນ​ຍັງ​ມີ​ອຳນວຍ​ການ ​ແລະ ນັກ​ສຶກສາລາ​ວຈາກ​ມະຫາວິທະຍາ​ໄລ​ຮວາ​ລື, ແຂວງນິງບີ່ງ ຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ ​ແລະ ມ່ວນ​ຊື່ນ.

 

​      ໃນ​ງານ​ດັ່ງກ່າວ​​ໄດ້​ມີ​ພິທີ​​ໄຫວ້​ທູບ​ທຽນ, ມີ​ການສະ​ແດງ​ສີ​ລະ​ປະລະຫວ່າງ​ປະຊາຊົນ​ພາຍ​ໃນ​ບ້ານ ​ແລະ ນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່​ມະຫາວິທະຍາ​ໄລ​ຮວາ​ລື ​ແຂວງ​ນິງບິ່ງ. ພິ​ເສດ​ໄດ້​ມີ​ການ​ຟ້ອນ​ດ​ວງຈຳປາ ​ຟ້ອນ​ໂດຍ​ສະຫະພັນ​ແມ່ຍິງ​ບ້ານ​ທ້າຍ​ເຊີນ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ປູ່ຍ່າ​ຕາ​ຍາຍ.

 

      ຕາມ​ປະຫວັດສາດ​ໃນ​ສັດຕະວັດ​ທີ XV, ​ໄລຍະ​ກະສັດ​ ເລ ​ແທ່ງ ຕົງ ​ໄດ້​ມີ​ເຈົ້າ​ຫຍິ່ງ​ລາວ ​ໄດ້​ນຳ​ຂະ​ບວນຊ້າງ 100 ​ໂຕ ​ໄປ​ຊ່ວຍ​ຫວຽດນາມ ​ໃນ​ຂະນະ​ທີ່​ນຳ​ຊ້າງ​ມາ​ນີ້​​ເຈົ້າ​ຫຍິ່ງ​ຍັງ​ໄດ້​ຝຶກ​ຊ້າງ​ເພື່ອ​ສູ້​ຮົບ​​ໃຫ້​ກັບ​ດ້າຍ​ຫວຽດ​ເພື່ອ​ສູ້​ຮົບ​ກັບ​ສັດ​ຕູ ​ແຕ່​ພາຍຫຼັງ​ຝຶກ​ຊ້າງ​ໃຫ້​ກັບ​ດ້າຍ​ຫວຽດ​ແລ້ວ​ໂຊກ​ບໍ່​ດີ​ໃນ​ໄລຍະ​ເດີນທາງ​ກັບປະ​ເທດ​ເຈົ້າ​ຫຍິ່ງ​ລາວ​ເປັນ​ໄຂ້​ໜັກ​​ແລະ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ມາ​ເຖີ່​ງຈຸດ​ດັ່ງກ່າວ, ​ເຈົ້າ​ຊີວິດ ​ເລ ​ແທ່ງ ຕົງ ຈຶ່ງ​ສັ່ງ​ໃຫ້​ທະຫານ​ຂອງ​ຕົນ​ສ້າງ​ສຸສານ​ເພື່ອ​ຝັ່ງ​ສົບ​ເຈົ້າ​ຫຍິ່ງ ​ແລະ ສັ່ງ​ໃຫ້​ສ້າງ​ຫໍ​ໄຫວ້​ເພື່ອ​ລະນຶກ​ຄຸນງາມຄວາມ​ດີ​ຂອງ​ເພີ່ນ.

 

    ຕາມ​ການ​ບອກ​ເລົ່າ​ຂອງ​ປະຊາຊົນ ບ້ານ​ດັ່ງກ່າວ​ໃນ​ແຕ່ລະ​ປີ ຮອດ 3 ຄ່ຳ ​ເດືອນ 3 ຕາມ​ປະຕິທິນ​ຫວຽດນາມ ປະຊາຊົນ ບ້ານ​ດັ່ງກ່າວ​ຈະ​ໄດ້​ຈັດ​ພິທີ​ເພື່ອພ້ອມ​ກັນ​ລະນຶກ​​ຄຸນງາມຄວາມດີ​ໂດຍ​ມີ​ການ​ສືບ​ທອດ​ກັນ​ມາ​ແຕ່​ດືກດຳ​ບັນ. ພ້ອມ​ດຽວ​ກັນ​ນັ້ນ ​ຍັງ​ຢືນຢັນ​ວ່າ​ນີ້​ກໍ​ເປັນ​ເຫດການ​ໜຶ່ງ​ທີ່​ເປັນ​ຈຸດ​ລິ​ເລີ່​ມການ​ພົວພັນ​ຊ່ວຍເຫຼືອ​​​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລາວ-​ຫວຽດນາ​ມ.

 

      ໂອກາດ​ຮ່ວມ​ພິທີ​ດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ກ່າວ​ປາ​ໄສ່ພ້ອມ​ທັງ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ປະຊາຊົນ​ບ້ານ​ທ້າຍ​ເຊີນ, ຕາ​ແສງ​ເຊີນ​ລາຍ, ​ເມືອງ​ຍໍ​ກວນ​ແຂວງ​ນິງບີ່​ງ​ໄດ້​ຮັກສາ​ ແລະ ສືບ​ທອນ​ວັດທະນະທຳ​ດັ່ງກ່າວ​ໄວ້​ໄດ້​ຍາວ​ນານ​ຈົນ​ສືບ​ທອດ​ມາ​ຈົນ​ເຖີ່​ງຍຸກ​ປະຈຸ​ບັນ, ພ້ອມ​ນັ້ນ​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳພັນ​ສູ້​ຮົບ​ລາວ​ຫວຽດນາມ ​ແລະ ສາຍ​ພົວພັນ​ການ​ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ແມ່ນ​ມີ​ມາ​ແຕ່​ຍາວ​ນານ​ເຊັ່ນ: ການ​ກໍ່​ຕັ້ງ​ພັກ​ຄອມ​ມູນິດ​ອິນດູຈີນ​ເພື່ອ​ນຳພາ​ການ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ 3 ຊາດ​ອິນດູຈີນ​ການ​ປະສານ​ສົມທົບ​ກອງທັບ​ອາສາ​ສະໝັກ​ຫວຽດນາມ​ກັບ​ກອງທັບ​ລາວ​ອິດສະຫຼະ​ປົດ​ປ່ອຍ​ພາກ​ເໜືອ​ຂອງ​ລາວ(ຊຳ​ເໜືອ, ສ່ວນ​ໜຶ່ງ​ຊຽງ​ຂວາງ ​ແລະ ຫຼວງພະ​ບາງ)​ໃນ​ປີ1953, ໄຊຊະນະ​ພາກ​ເໜືອ​ຂອງ​ລາວ​ປີ 1953 ເປັນການ ຕັດກຳລັງສົມທົບເບື້ອງຫຼັງຂອງສັດຕູຈາກດິນລາວ ​ໄປ​ຍັງ​ດຽນບຽນແລະ ເປັນປັດໄຈໜຶ່ງທີ່ຊ່ວຍໃຫ້ຫວຽດນາມສາມາດປົດປ່ອຍບຽນດຽນຟູໃນປີ 1954 ແລະ ບັງຄັບໃຫ້ລ່າເມືອງຂຶ້ນຝຣັ່ງຍອມເຊັນສັນຍາເຊີແນວໃນການຮັບຮູ້​ເອກະລາດແຫຼມອິນດູຈີນ.​

 

​     ເປັນ​ທະຫານ​ຮ່ວມ​ສຳພັນ​ສູ້​ຮົບລາວ-ຫວຽດນາມ ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ໄດ້​ກາຍ​ເປັນ​ກອງ​ກຳລັງ​ອັນ​ແໜ້ນ​ແກ່ນ​ສາມາດ​ຍາດ​ໄດ້​ໄຊຊະນະ​ນີ້​ໄປ​ສູ່​ໄຊຊະນະ​ໃໝ່, ​ໃນ​ທີ່​ສຸດ​ກໍ​ສາມາດ ​ປົດ​ປ່ອຍ​ພາກ​​ໃຕ້​ທ້ອນ​ໂຮມ​ປະ​ເທດ​ຊາດຫວຽດນາມ​ເປັນ​ເອກ​ພາບ​ໃນ​ປີ 1975 ​ແລະ ປະກາດ​ສາງ​ຕັ້ງ ສປປ ລາວ​ໃນ​ວັນ​ທີ 02 ທັນວາ ປີ 1975. ​ ​ໃນ​ສັດຕະວັດ​ທີ່ XV. ​ເຫດການລາຊະທິດາລາວ​ໄດ້​​ເອົາ​ຊ້າງ​ 100ໂຕ​ໄປຊ່ວຍຫວຽດນາມ ​ແລະ ຍັງ​ໄດ້​ຝຶກ​ຊ້າງ​ໃຫ້​ປະ​ເທດ​ຫວຽດນາມ​ໃນ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ໃນ​ເວລາ​ນັ້ນ​ອີກ​ດ້ວຍ,​ເຫດ​ການ​ໃນສັດຕະວັດ​ທີ XV, XX ​ແລະ XXI ​ໄດ້​ສອງ​ແສງ​ໃຫ້​ເຫັນ​ວ່າ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ​​ໄດ້ມີ​ຄວາມ​ຜູກ​ພັນກັນ​ມາ​ຊຶ່ງ​ບັນພະ​ບູລຸດ ​ແລະ ບັນດາ​ການ​ນຳ​ຫຼາຍ​ຮຸ້ນ​ຄົນ​ໄດ້ສ້າງ​ມາ​ເຊີ່ງ​ພວກ​ເຮົາ​ຄົນ​ຮຸ້ນ​ໜຸ່ມ​ຕ້ອງ​ໄດ້​ພ້ອມ​ກັນຮຽນ​ຮູ້​ປົກ​ປັກ​ຮັກສາ, ຖະນຸຖະໜອມ, ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ອັນ​ຍິ່ງ​ໃຫຍ່​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-​ສອງ​ລັດ, ສອງກອງທັບ ​ແລະ ປະຊາຊົນ​ສອງ​ຊາດ​ລາວ​-ຫວຽດນາມ​-ລາວໃຫ້​ນັບ​ມື້​ ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485399
ມື້ນີ້100
ມື້ວານ227
ອາທິດນີ້435
ເດືອນນີ້4704