ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິທະຍາສາດກ່ຽວກັບໄຊຊະນະພາກເໜືອຂອງລາວປີ 1953

 

2023413 1

2023413 2

2023413 3

 

ວັນ​ທີ 13 ​ເມສາ 2023, ທີ່​ແຂວງ ເຊີນ​ລາ​ໄດ້ ຈັດກອງ​ປະຊຸມ​ວິທະຍາສາດ​ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ພາຍ​ໄຕ້ຫົວ​ຂໍ້​ “​ໄຊຊະນະ​ພາກ​ເໜືອ​ຂອງ​ລາວ ປີ 1953​ - ຄວາມ​ສຳຄັນ​ທາງ​ປະຫວັດສາດ ​ແລະ ບົດຮຽນອັນ​ລ້ຳ​ຄ່າ” ​ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍທ່ານພົນໂທ ປອ. ​ເລ ຮຸຍ ຫວີ່ງ (Lê Huy Vịnh) , ກໍາມະການສູນກາງພັກ, ເລຂາຄະນະພັກທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນຳ, ອະດີດການນຳພັກ ແລະ ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳແຂວງ ເຊີນລາ ແລະ ບັນດາສະຫາຍນັກຮົບເກົ່າປະຕິວັດ, ວິລະຊົນຂອງກອງທັບປະຊາຊົນ, ພະຍານປະຫວັດສາດ, ນາຍ​ ​ແລະ ພົນທະຫານ​, ພະ​ນັກ​ງານ​ນຳພາບັນຊາບັນດາອົງການ, ກົມກອງທົ່ວກອງທັບ,  ບັນດາ​ນັກວິທະຍາສາດ​ເຂົ້າ​ຮ່ວມ.

 

 

ມີ​ຕາງໜ້າ​ການ​ນຳ​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ນອກ​ນັ້ນ​ຍັງ​ມີ​ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ສະຫາຍ​ວົງ​ໄຊ ອິນທະ​ຄຳ ທີ່​ປຶກສາ​ປ້ອງ​ກັນຊາ​ດ ​ແລະ ພະນັກງານຈຳນວນ​ໜຶ່ງ​ກໍ​ໄດ້​ເຂົ້າ​ຮ່ວມ.

 

ການ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ແບ່ງ​ເປັນ​ສາມ​ພາກ: ບັນຫາ​ລວມກ່ຽວ​ກັບ​ໄຊຊະນະ​ພາກ​ເໜືອ​ຂອງ​ລາວ​ປີ 1953, ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ສຳພັນ​ສູ້​ຮົບ​ຂອງ​ລາວ ​ແລະ ຫວຽດນາມ ​​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຈັກກະພັດ​ຝຣັ່ງ ​ແລະ ຄວາມ​ໝາຍ​ສຳຄັນ​ກ່ຽວ​ກັບ​ບົດຮຽນ ​ແລະ ປະສົບ​ການ.

 

​ໃນ​ກອງ​ປະຊຸມຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ຂຽນ, ການ​ນຳ​ສະ​ເໜີ​ເກືອບ 80 ບົດ ​ແລະ ​ໄດ້​ແກ້​ໄຂ ​ແລະ ພິມ​ຈຳໜ່າຍ​ເປັນ​ປຶ້ມ​ ​ແລະ ໄດ້​ຮັບ​ຟັງ​ການ​ນຳ​ສະ​ເໜີ​ດ້ວຍ​ເນື້ອ​ໃນ​ທີ່​ອຸດົມສົມບູນປະກອບສ່ວນ​ຊີ້​ແຈງ​ຫຼາຍ​ບັນຫາ ​ແລະ ເນື້ອ​ໃນ​ສຳຄັນ, ​ໃນ​ນັ້ນ​ມີ​ຫຼາຍ​ຄຳ​ເຫັນ, ການ​ວິ​ເຄາະຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ໄຊຊະນະພາກ​ເໜືອ​ຂອງ​ລາວ​​ປີ 1953.

 

ໄຊຊະນະ​ພາກ​ເໜືອ​ຂອງ​ລາວໄດ້​ສະ​ແດງ​ໃຫ້​ເຫັນໝາກຜົນ​ຂອງ​ຄວາມ​ສາ​ມັກ​ຄີ​ອັນ​ໃກ້​ຊິດ​ຕິດ​ແທດລະ​ຫວ່າງ​ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ລາວ- ຫວຽດ​ນາມທັງ​ສາມາດ ​ເປີດ​ກວ້າງ​ເຂດ​ທີ່​ໝັ້ນ​ຂອງ​ກຳລັງ​ຕໍ່ຕ້ານ​ລາວ, ​ເຊື່ອມ​ຕໍ່ກັບ​ເຂດ​ປົດ​ປ່ອຍຂອງ​ຫວຽດນາມ ​ແລະ ສ້າງ​ທ່າ​​ແຮງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປະຕິວັດ​ຂອງ​ສອງ​ປະ​ເທດ.

 

ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ໃຫ້​ບົດຮຽນ​ທາງ​ປະຫວັດສາດໂດຍ​ສະ​ເພາະ​ແມ່ນ​ຄົນຮຸ້ນ​ໜຸ່ມ​ໄດ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ຄຸນ​ຄ່າ​ປະຫວັດສາດ​ຂອງ​ໄຊຊະນະ​ພາກ​ເໜືອ​ຂອງ​ລາວ​ປີ 1953, ​ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ການ​ສຶກສາ​ອົບຮົມ ປຸກລະດົມ ​ແລະ ​ເຊີດ​ຊູ​ມູນ​ເຊື້ອ​ຮັກ​ຊາດ​ໃຫ້​ແກ່​ພະນັກງານ, ທະຫານ​ຕຳຫຼວດ, ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ເຂົ້າໃຈ​ຄຸນຄ່າ​ປະຫວັດສາດ​ຂອງ​ໄຊຊະນະ​ພາກ​ເໜືອ​ຂອງ​ລາວ​ປີ 1953 ຢ່າງ​ຖືກຕ້ອງ.

 

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 12 ​ເມສາ 2023, ຄະນະ​ ​ໄດ້ເຄື່ອນ​ໄຫວ​ວາງ​ດອກ​ໄມ້ທູບທຽນ ຢູ່ອະນຸສາວະລີປະທານ ໂຮ່ ຈີ ມິ​ນ ກັບປະຊາຊົນບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ,  ຫໍ​ໄຫວ້ ປະທານ​ໂຮ່ ຈີ່ ມິ​ນ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊີນລາ, ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄຸກເຊີນລາ) ​ເຂດ​ອານຸສອນ​ສະຖານປະຫວັດສາດ​ແຫ່ງ​ຊາດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480297
ມື້ນີ້127
ມື້ວານ157
ອາທິດນີ້695
ເດືອນນີ້6528