ໃນວັນທີ 7 ເມສາ 2023 ສະຖານກົງສຸນໃຫຍ່ ສປປ ລາວ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດານັງ ໄດ້ຈັດງານສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ເພື່ອສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ໂດຍມີ ທ່ານ ສຸພັນ ຫາດາວເຮືອງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດານັງ, ມີບັນດາຄະນະພັກ, ອຳນາດການປົກຄອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມບັນດາອົງການຈັດຕັ້ງມິດຕະພາບ, ຫ້ອງການຕ່າງປະເທດ, , ສະຫະພັນນັກຮົບເກົ່າ, ອະດີດທະຫານອາສາສະຫມັກ, ບັນດາອົງການຈັດຕັ້ງມະຫາຊົນແມ່ຍິງ, ຊາວໜຸ່ມ ແລະ ອໍານາດການປົກຄອງ 8 ຕົວເມືອງຂອງນະຄອນດານັງ, ບັນດາມະຫາວິທະຍາໄລນະຄອນດານັງ, ສະຖານກົງສຸນໃຫຍ່ຕ່າງປະເທດ ປະຈຳ ນະຄອນດານັງ ພ້ອມດ້ວຍພະນັກງານສະຖານກົງສຸນໃຫຍ່ລາວ ແລະ ນັກຮຽນນັກສຶກສາລາວເຂົ້າຮ່ວມ.
ທ່ານ ສຸພັນ ຫາດາວເຮືອງ ໄດ້ມີຄຳເຫັນບາງຕອນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາ, ຮີດຄອງບຸນປະເພນີບຸນປີໃໝ່ລາວ ແລະ ຄວາມເປັນເອກະລັກທາງດ້ານວັດທະນະທຳຂອງຄົນລາວ. ພ້ອມນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດ ຂອງການພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ເວົ້າລວມ; ເວົ້າສະເພາະ ບັນດາແຂວງພາກໃຕ້ຂອງລາວ ກັບ ແຂວງພາກກາງ-ໄຕຫວງຽນ, ສສ ຫວຽດນາມ ໃນໄລຍະ 1 ປີຜ່ານມາ ກໍ່ຄືປັດຈຸບັນ ຊຶ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງບັນດາແຂວງພາກກາງ-ໄຕຫວງຽນ, ສສ ຫວຽດນາມ ເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ນັບມື້ນັບແໜ້ນແຟ້ນເລິກເຊິ່ງ; ທ່ານ ຍັງຖືໂອກາດນີ້ ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ ບັນດາແຂວງພາກໃຕ້-ກາງຂອງລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາແຂວງພາກກາງ-ໄຕຫວງຽນ, ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜຸນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາແຂວງພາກໃຕ້-ກາງຂອງລາວໃຫ້ມີຜົນສຳເລັດ, ໃນໂອກາດອັນສະຫງ່າລາສີນີ້, ທ່ານກົງສຸນໃຫຍ່ ໄດ້ກ່າວອວຍພອນປີ ໃໝ່ລາວ ໃຫ້ແກ່ບັນດາແຂກເຂົ້າຮ່ວມພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີພະລານະໄມສົມບຸນ, ມີຄວາມສຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານຂອງຕົນ.
ທ່ານ ໂຮ່ກິມິງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ; ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນດານັງ ກໍ່ໄດ້ຕາງໜ້າໃຫ້ຄະນະພັກ, ອໍານາດການປົກຄອງກໍ່ຄືພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງ ນະຄອນດານັງ ຂື້ນມີຄຳເຫັນ ແລະ ສະແດງຄວາມຊົມເຊີຍ ບັນດາແຂວງພາກໄຕ້-ກາງຂອງລາວກັບນະຄອນດານັງ ທີ່ໄດ້ປະສົບຜົນສຳເລັດໃນຫຼາຍດ້ານການພັດທະນາເສດຖະກິດ-ສັງຄົມ. ພິເສດແມ່ນການຢ້ຽມຢາມແລກປ່ຽນບົດຮຽນບົດຮຽນຊື່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຕະຫຼອດຮອດຂັ້ນວິຊາການ, ການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ກະສິກຳ, ບໍ່ແຮ່, ດ້ານຄົມມະນາຄົມພື້ນຖານໂຄງລ່າງ, Logistics, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການເຂົ້າ-ອອກເມືອງໃນດ່ານຕ່າງໆ ລະຫວ່າງນະຄອນດານັງ, ແຂວງພາກກາງ-ໄຕຫວງຽນ ສສ ຫວຽດນາມ ກັບບັນດາແຂວງພາກໃຕ້-ກາງຂອງ ສປປ ລາວ ໄດ້ສຶບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ການນຳ, ປະຊາຊົນລາວ ແລະ ພະນັກງານສະຖານກົງສຸນໃຫຍ່ ມີສຸຂະພາບແຂງແຮງ, ມີພະລານະໄມສົມບູນ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ກໍ່ຄືຊີວິດສ່ວນຕົວ. ຈາກນັ້ນ, ສະຖານກົງສຸນໃຫຍ່ກໍ່ໄດ້ມີພິທີບາສີສູ່ຂັວນ ອວຍພອນເຊິ່ງກັນ ແລະ ກັນ, ງານແລກປ່ຽນເທດສະການອາຫານພື້ນເມືອງ, ເຊິ່ງເຮັດໃຫ້ມີບັນຍາກາດ ການສະເຫຼີມສະຫຼອງປີໃໝ່ ພສ 2566 ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງໄມຕີຈິດມິດຕະພາບລະຫວ່າງ ພະນັກງານສະຖານກົງສຸນໃຫຍ່, ນັກສຶກສາລາວ ແລະ ບັນດາການນຳ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆຂອງນະຄອນດານັງ ແລະ ບັນດາສະຖານກົງສຸນໃຫຍ່ຕ່າງປະເທດ ທີ່ມີສຳນັກງານຕັ້ງຢູ່ນະຄອນດານັງ.