ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປະດັບຫຼຽນກາມິດຕະພາບ ໃຫ້ແກ່ ພະນະທ່ານ ອິມ ມຸ ຮົງ, ອະດີດເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ

 

2023317

 

ໃນຕອນບ່າຍຂອງວັນທີ 17 ມີນາ 2023, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ ຂອງ ລັດຖະບານ ສປປ ລາວ ໃຫ້ແກ່ ທ່ານ ອິມ ມູ ຮົງ (IM Moohong), ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ທີ່ສໍາເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ໃນເດືອນ ກັນຍາ 2022 ໂດຍໃຫ້ກຽດໃນການປະດັບຫຼຽນຄັ້ງນີ້ ແມ່ນ ທ່ານ ສົງການ ຫຼວງມຸນິນທອນ,  ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ ໃນພິທີມີຜູ້ເຂົ້າຮ່ວມຈາກສະຖານທູດ ແລະ ພະນັກງານກະຊວງການຕ່າງປະເທດ ສ.ເກົາຫຼີ ຈໍານວນໜຶ່ງ, ການມອບປະດັບຫຼຽນດັ່ງກ່າວ ແມ່ນເພື່ອເປັນການຍ້ອງຍໍຜົນງານໃນການປະຕິບັດໜ້າທີ່ການທູດ ແລະ ການປະກອບສ່ວນ ອັນສໍາຄັນເຂົ້າໃນວຽກງານການຮ່ວມມືລະຫວ່າງສອງປະເທດ.

 

ໃນພິທີດັ່ງກ່າວ ທ່ານ ສົງການ ຫຼວງມຸນິນທອນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ ໄດ້ກ່າວ ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານ ອິມ ມູ ຮົງ ທີ່ມີຄວາມຫ້າວຫັນໃນການເສີມສ້າງສາຍພົວພັນຮ່ວມມື ສອງຝ່າຍ ແລະ ໃຫ້ການຮ່ວມມືເຮັດວຽກກັບຝ່າຍລາວ ເຊິ່ງທ່ານໄດ້ປະກອບສ່ວນອັນສໍາຄັນ ໃນການລະດົມຂົນຂວາຍທຶນຮອນ ແລະ ການຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນ ສ.ເກົາຫຼີ ມາຊ່ວຍ ສປປ ລາວ ໂດຍສະເພາະແມ່ນທຶນຮອນທາງດ້ານ ສາທາລະນະສຸກ ໃນຊ່ວງການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ທຶນຊ່ວຍເຫຼືອອື່ນໆ ເພື່ອມາປະກອບສ່ວນເຂົ້າໃນ ການແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງປະຊາຊົນສອງຊາດ ລາວ ແລະ ສ.ເກົາຫຼີ ໃຫ້ມີບາດກ້າວຂະຫຍາຍຕົວ, ເຮັດໃຫ້ຂອບການຮ່ວມ ມືທີ່ມີຢູ່ແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ.

 

ຍ້ອນຄວາມບຸກບຶນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຜູ້ກ່ຽວ ທີ່ໄດ້ກ່າວມາຂ້າງເທິງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີມອບຫຼຽນກາມິດຕະພາບໃຫ້ ທ່ານ ອິມ ມູ ຮົງ ເພື່ອເປັນການສັນລະເສີນຄຸນງາມ ຄວາມດີຂອງຜູ້ກ່ຽວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
423830
ມື້ນີ້95
ມື້ວານ158
ອາທິດນີ້794
ເດືອນນີ້1590