ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງນັກສຶກສາລາວ ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023

 

202337 VN HN 1

202337 VN HN 3

202337 VN HN 4

 

    ສະຖານທູດແຫ່ງ ສປປລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານການ ຄຸ້ມຄອງ ນັກສຶກສາລາວ  ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ມະຫາວິທະຍາໄລວິງ ແຂວງ ເຫງະອານ, ໂດຍການເປັນປະທານຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີທ່ານ ປອ. ຄຳພັນ  ຄຳອ່ອນ, ທີ່ປຶກສາຝ່າຍ ສຶກສາ - ວັດທະນະທຳ, ມີຜູ້ຮັບຜິດຊອບ ວຽກງານສຶກສາຈາກສະຖານກົງສູນໃຫຍ່ນະຄອນດານັ່ງ ແລະ ນະຄອນໂຮ່ຈີມິນ ພ້ອມດ້ວຍພະນັກງານ ສະຖານທູດ ມີບັນດາພະນັກງານຄູອາຈານ, ນັກສຶກສາລາວທີ່ມະຫາວິທະຍາໄລວິງ ພ້ອມດ້ວຍ ແຂກຖືກເຊີນ ຈາກກະຊວງສຶກສາທິການ ແລະ  ກິລາ ຂອງລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ, ບັນດາຜູ້ຕາງໜ້າຈາກສະຖາບັນການສຶກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.


        ທ່ານ ປອ. ຄຳພັນ  ຄຳອ່ອນ, ທີ່ປຶກສາຝ່າຍ ສຶກສາ - ວັດທະນະທຳ ໄດ້ລາຍງານຫຍໍ້ ກ່ຽວກັບການ ຄຸ້ມຄອງ ນັກສຶກສາລາວ  ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 :  ສົກຮຽນ 2021-2022 ມີນັກສຶກສາລາວ ລວມທັງໝົດ 14,050 ຄົນ (ຍິງ 4,344 ຄົນ), ໃນນັ້ນ ສາຍປົກຄອງ 11,884ຄົນ (ຍິງ 4,023 ຄົນ), ສາຍ ປກສ ແລະ ປກຊ ຈໍານວນ 2,166 ຄົນ (ຍິງ 321 ຄົນ), ມີທຶນລັດຖະບານ: 4,838 ຄົນ, ທຶນຮ່ວມມືລະ ຫວ່າງແຂວງ:    5,480 ຄົນ,  ທຶນບໍລິສັດ:12 ຄົນ,  ທຶນສ່ວນຕົວ: 3,720 ຄົນ. ນັກສຶກສາ ທີ່ຮຽນຈົບກັບຄືນ ປະເທດ ລວມທັງໝົດ 2,151 ຄົນ.

 

ດ້ານວຽກງານການຈັດຕັ້ງຄຸ້ມຄອງ: ບັນດາສະຖານສຶກສາ ລ້ວນແຕ່ມີພະນັກງານຄຸ້ມຄອງ ຮັບຜິດຊອບນັກສຶກສາລາວໄດ້ປະສານສົມທົບກັບສະຖານທູດລາວຢ່າງຕໍ່ເນື່ອງ, ນອກຈາກນັ້ນຍັງໄດ້ ຈັດຕັ້ງຄະນະນັກສຶກສາລາວ, ຄະນະໜ່ວຍພັກ ແລະ ຄະນະຂອງສາມອົງການຈັດຕັ້ງມະຫາຊົນ, ຈັດຕັ້ງ ຄະນະນັກສຶກສາລາວທົ່ວຮ່າໂນ້ຍເພື່ອເປັນເສນາທິການໃນການພົວພັນວຽກງານນໍາທາງໂຮງຮຽນ ແລະ ສະຖານທູດລາວ, ພ້ອມທັງໄດ້ສະຫຼຸບສ່ອງແສງລາຍງານ ສະພາບການເຄື່ອນໄຫວ ຂອງນັກສຶກສາ ໃຫ້ແກ່ໂຮງຮຽນ ແລະ ສະຖານທູດລາວ.

 

ດ້ານການສຶກສາຮ່ຳຮຽນ:  ໃນສອງສົກຮຽນທີ່ຜ່ານມາ, ນັກສຶກສາລາວ ໄດ້ຮັບໃບຍ້ອງຍໍ ດີເດັ່ນດ້ານການຮຽນ ປະເພດ 1 ຈໍານວນ 143 ຄົນ, ຍິງ 70 ຄົນ;  ເດັ່ນການຮຽນປະເພດ 2 ຈໍານວນ 224 ຄົນ, ຍິງ 75 ຄົນ ຈາກ ທ່ານເອກອັກຄະລັດຖະທູດລາວ, ນອກນັ້ນມີນັກສຶກສາລາວ ເພດຍິງ 01 ຄົນ ໄດ້ຮັບໃບຍ້ອງຍໍຈາກສະພາຟີຊິກຫວຽດນາມ, ຍ້ອນຜູ້ກ່ຽວ ໄດ້ລາງວັນທີ 01 ໃນການ ແຂ່ງຂັນ ວິຊາ ຟີຊິກ ທົ່ວປະເທດຫວຽດນາມ ຄັ້ງທີ 14.

 

ຈາກນັ້ນ, ຄະນະຜູ້ແທນຮ່ວມກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ 2 ກະຊວງສຶກສາ, ຜູ້ຕ່າງໜ້າ ບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ ພ້ອມກັນປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງນັກສຶກສາລາວໂດຍຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງຂອງ ນັກສຶກສາລາວ ເພື່ອ ພ້ອມກັນຄົ້ນຄວ້າ ຊອກຫາຊ່ອງທາງ ແລະ ວິທີໄກ້ໄຂໃນການສ້າງບຸກຄະລາກອນ ຂອງລາວ ໃຫ້ມີຄຸນນະພາບດີຂື້ນ.

 

ໂອກາດນີ້, ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສສ ຫວຽດນາມ ໄດ້ມີຄຳເຫັນພ້ອມທັງຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຫາກໍສໍາເລັດໃນການຈັດກິດຈະກໍາຢ່າງຄຶກຄື້ນ ເພື່ອສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມໃນໂອກາດລະນຶກ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ການທູດ (05/09/1962-05/09/2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977-18/07/2022).

 

ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຮ່ວມມື ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຂອງພັກ, ລັດຖະບານ ສສ ຫວຽດນາມ ກໍຄືກະຊວງສຶກສາ ແລະ ກໍ່ສ້າງ, ບັນດາສະຖານສຶກສາ ຫວຽດນາມ ຍາມໃດກໍໄດ້ຍົກສູງ ຄວາມເປັນເຈົ້າການໃນການ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ອັນມີກຽດຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ຊຶ່ງສອງສົກຮຽນຜ່ານມານີ້ ໄດ້ມີນັກສຶກສາລາວຈໍານວນຫຼາຍພໍສົມຄວນ ທີ່ຮຽນຈົບ ກັບຄືນ ປະເທດ ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການປະຕິບັດ ໜ້າທີ່ ວິຊາສະເພາະ ໃນຫຼາຍຂະແໜງການ ຢ່າງມີປະສິດທິພາບ.

 

ເຖີງຢ່າງໃດກໍຕາມ ສົກຮຽນ 2022-2023 ນີ້ ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງ ມາຍັງບັນດາທ່ານ ຜູ້ຮັບຜິດຊອບກໍ່ສ້າງ - ຄຸ້ມຄອງນັກສຶກສາລາວ ແລະ ຜູ້ແທນ ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນ ຊອກຫາວິທີການໄກ້ໄຂບັນຫາຂໍ້ຄົງຄ້າງເພື່ອສຶກສາອົບຮົມ ແລະ ກໍ່ສ້າງຊັບພະຍາກອນ ມະນຸດໃຫ້ແກ່ ສປປ ລາວ ນັບມື້ມີຄຸນນະພາບສູງຂຶ້ນ.

 

        ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ຜູ້ທີ່ມີຜົນງານຮຽນດີ, ຮຽນເກັ່ງ ໃນສອງ ສົກຮຽນຜ່ານມາອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101