ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ກ່ຽວກັບ ການສ້າງສົນທິສັນຍາລະດັບ ລັດ ແລະ ລັດຖະບານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ແລະ ການສ້າງສັນຍາສາກົນ ລະຫວ່າງ ອົງການຂັ້ນສູນກາງ ຫຼື ອົງການຂັ້ນແຂວງ ຂອງ ສປປ ລາວ ແລະ ຕ່າງປະເທດ

202333 2

202333 1

202333 2

ໃນວັນທີ 03 ມີນາ 2023, ກົມສົນທິສັນຍາ ແລະ ກົດໝາຍ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການສ້າງສົນທິສັນຍາລະດັບ ລັດ ແລະ ລັດຖະບານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ແລະ ການສ້າງສັນຍາສາກົນ ລະຫວ່າງ ອົງການຂັ້ນສູນກາງ ຫຼື ອົງການຂັ້ນແຂວງ ຂອງ ສປປ ລາວ ແລະ ຕ່າງປະເທດ ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 3 ກະຊວງການຕ່າງປະເທດ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເທບຖາວອນ ແສງມະນີ, ຮັກສາການແທນຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍແລະ ທ່ານ ນາງ ມຸກດາວັນ ສີສຸລິດ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ຮອງຫົວໜ້າກົມ ອົງການຈັດຕັ້ງສາກົນ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 105 ທ່ານ (ຍິງ 45 ທ່ານ).

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ, ເພື່ອເປີດໂອກາດໃຫ້ສະມາຊິກຊາວໜຸ່ມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ໂດຍສະເພາະຜູ້ທີ່ປະຕິບັດວຽກງານຕົວຈິງ ກ່ຽວກັບ ການສ້າງສົນທິສັນຍາ ແລະ ສັນຍາສາກົນ ໄດ້ແລກປ່ຽນຄໍາຄິດເຫັນ, ປະສົບການ ແລະ ບົດຮຽນໃນການປະຕິບັດວຽກງານຕົວຈິງ, ພ້ອມທັງເປັນການພັດທະນາຄວາມຮູ້ຄວາມສາມາດທາງດ້ານວິຊາການ ເນັ້ນໃສ່ການສ້າງຄວາມເຂັ້ມແຂງເຂົ້າໃນວຽກງານ 4 ບຸກ ຂອງຊາວໜຸ່ມ ທີ່ຕິດພັນກັບວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ແລະ ເພື່ອເປັນຂໍ້ມູນນໍາສະເໜີຕໍ່ຄະນະນໍາກະຊວງໃນການປັບປຸງກົນໄກການປະຕິບັດວຽກງານການສ້າງສົນທິສັນຍາ ແລະ ສັນຍາສາກົນກັບຕ່າງປະເທດໃນອະນາຄົດ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ມີໂອກາດແລກປ່ຽນຄໍາຄິດເຫັນ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດບັນດາຫຼັກການ ແລະ ລະບຽບການພາຍໃນກະຊວງການຕ່າງປະເທດ ເພື່ອໃຫ້ເປັນໄປຕາມຂັ້ນຕອນການສ້າງສົນທິສັນຍາ ແລະ ສັນຍາສາກົນ ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ທີ່ມີຜົນສັກສິດນັບແຕ່ປີ 2017 ເປັນຕົ້ນມາ.  

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485754
ມື້ນີ້53
ມື້ວານ206
ອາທິດນີ້790
ເດືອນນີ້5059