ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ປະຈຳ ອິນເດຍ ໄດ້ຕາງໜ້າພັກ ປປ ລາວ ເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວຫນ້າທົ່ວອິນເດຍ

 

India

 

       ໂດຍຕອບສະຫນອງຕາມຈົດຫມາຍເຊີນ ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ “ All India Forward Bloc”, ທ່ານ ບຸນມີ ວັນມະນີ, ເອກອັກຄະລັດຖະທູດລາວ ປະຈຳ ອິນເດຍ ໄດ້ຕາງໜ້າພັກ ປປ ລາວ ເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວຫນ້າທົ່ວອິນເດຍ ໃນວັນທີ 24 ກຸມພາ 2023 ທີ່ເມືອງ ໄຮເດີຣາບັດ, ລັດເຕລັນການາ, ປະເທດອິນເດຍ. ໃນກອງປະຊຸມດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ປະກອບຄຳຄິດຄຳເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມ ແລະ ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ນຳເອົາຄຳຊົມເຊີຍ ແລະ ພອນໄຊອັນປະເສີດຂອງ ພັກປະຊາຊົນ ປະຕິວັດລາວ ສົ່ງໄປຍັງ ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ແລະ ຜ່ານກອງປະຊຸມໃຫຍ່ດັ່ງກ່າວ ໄປຍັງ ບັນດາສະມາຊິກພັກກ້າວຫນ້າທົ່ວອິນເດຍ ແລະ ຊາວຜູ້ອອກແຮງງານອິນເດຍທຸກຖ້ວນຫນ້າ. ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ເປັນເຫດການການເມືອງທີ່ສໍາຄັນຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ໃນການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ, ການປະສານງານເພື່ອຄວາມເປັນເອກະພາບຂອງພັກ ກັບບັນດາຂະບວນການກ້າວຫນ້າ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

 

   ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງການນຳພາຂອງ ພັກປະຊາຊົນ ປະຕິ ວັດລາວ ໃນການຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານ ຈົນສາມາດສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງຕົນ, ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 (2021-2025) ແລະ ວິໃສທັດເຖິງ ປີ 2030 ເພື່ອແນ່ໃສ່ປັບປຸງຊິວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂື້ນ. ພັກປະຊາຊົນ ປະຕິວັດລາວ ຢືນຢັນສືບຕໍ່ຮ່ວມມືກັບບັນດາພັກການເມືອງໃນພາກພື້ນ ແລະ ສາກົນ, ລວມທັງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຫມັ້ນຄົງ, ການຮ່ວມມືເພື່ອພັດທະນາ ແລະ ເພື່ອອຸດົມການສັງຄົມນິຍົມ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ໄດ້ນຳສະເຫນີຈົດຫມາຍຊົມເຊີຍ ຂອງ ທ່ານ ທອງສະຫວັນ ພົມວິຫານ, ກຳມະ ການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ແລະ ອວຍພອນກອງປະຊຸມໃຫຍ່ດັ່ງກ່າວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

 

      ທ່ານ DEBABRATA BISWAS, ເລຂາທິການໃຫຍ່ ພັກກຸ່ມກ້າວຫນ້າທົ່ວອິນເດຍ ໄດ້ຝາກຄວາມຂອບໃຈຢ່າງຈິງໃຈ ມາຍັງ ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ການນຳພັກປະຊາຊົນປະຕິວັດລາວ ທີ່ໄດ້ສົ່ງຕໍ່ຈົດຫມາຍຊົມເຊີຍ ພ້ອມທັງສົ່ງຕົວແທນເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ ພ້ອມຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະຫນັບສະຫນູນຕື່ມໃນອະນາຄົດ.

 

        ພັກກຸ່ມກ້າວຫນ້າທົ່ວອິນເດຍ “ All India Forward Bloc” ເປັນພັກດັ້ງເດີມຂອງອິນເດຍ, ສ້າງຕັ້ງຂື້ນໃນວັນທີ 3 ພຶດສະພາ 1939 ໂດຍ ທ່ານ Subhas Chandra Bose. ພັກກຸ່ມກ້າວຫນ້າທົ່ວອິນເດຍ ໄດ້ແຍກຈາກພັກ Congress (ເປັນພັກໃຫຍ່ ແລະ ເປັນພັກຝ່າຍຄ້ານໃນປະຈຸບັນ) ເນື່ອງຈາກມີແນວຄວາມຄິດທີ່ຕ່າງກັນໃນບັນດາແກ່ນນຳພັກ, ທ່ານ Subhas Chandra Bose ມີຄວາມເຊືື່ອຫມັ້ນວ່າ ມີແຕ່ດຳເນີນການປະຕິວັດສັງຄົມນິຍົມ ຈຶ່ງຈະສາມາດນຳເອົາເອກະລາດຈາກ ການເປັນຫົວເມືອງຂື້ນອັງກິດ ມາສູ່ປະຊາຊົນອິນເດຍ ແລະ ໃນເວລານັ້ນ ທ່ານຍັງໄດ້ເດີນທາງໄປພົບປະກັບ ທ່ານ ສະຕາລິນ ທີ່ໂມສກູ ເປັນການສ່ວນຕົວ ແລະ ໄປຊອກຮູ້ບົດຮຽນດ້ານທິດສະດີ ທີ່ເຢຍລະມັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483920
ມື້ນີ້44
ມື້ວານ183
ອາທິດນີ້358
ເດືອນນີ້3225