ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

 

2 1

ໃນວັນທີ 15 ກຸມພາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງ ນິວແດນລີ, ສາທາລະນະລັດ ອິນເດຍ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ດຣໍປາດີ ມູມູ (Doupadi Murmu), ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕໍາແຫນ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.

 

ພິທີຍື່ນສານຕາຕັ້ງ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ, ໃນໂອກາດດັ່ງກ່າວ, ທ່ານທູດ ບຸນມີ ວັນມະນີ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ຖືກແຕ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ທ່ານຈະເຮັດສຸດຄວາມສາມາດໃນການເພີ່ມທະວີ, ສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ດີມາແຕ່ດົນນານ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານທູດ ກໍ່ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄໍາອວຍ ພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານປະທານາທິບໍດີ ນ. ດຣໍປາດີ ມູມູ ແລະ ຜ່ານພະນະທ່ານໄປຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທຸກທົ່ວໜ້າ.

 

ພ້ອມນີ້, ທ່ານທູດ ບຸນມີ ວັນມະນີ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນອິນເດຍ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຂົງເຂດການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ສະຫນັບສະຫນູນ ແລະ ຊ່ວຍເຫຼືອໃນຊຸມປີຕໍ່ໜ້າ. ທ່ານ ເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ປະທານາທິບໍ ດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນອິນທຸກທົ່ວໜ້າ. 

 

ໃນຂະນະດຽວກັນ, ພະນະທ່ານ ນ. ດຣໍປາດີ ມູມູ, ປະທານາທິບໍດີ ອິນເດຍ ໄດ້ສະແດງຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທູດລາວ ຄົນໃໝ່ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ແຕ່ງຕັ້ງໃຫ້ມາດຳລົງຕຳແຫນ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສ. ອິນເດຍ, ສະແດງຄວາມເຊື່ອຫມັ້ນວ່າ ທ່ານທູດ ຈະເປັນຂົວຕໍ່ທີ່ດີເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ໃນອະນາຄົດ, ສະແດງຄວາມຂອບໃຈມາຍັງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນອິນເດຍ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງຢືນຢັນວ່າ ອິນເດຍ ຈະສືບຕໍ່ໃຫ້ການສະຫນັບສະຫນູນຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນໂອກາດດຽວກັນນີ້, ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ການທູດຢູ່ ສ. ອິນເດຍ ໃນຄັ້ງນີ້.

 

ສປປ ລາວ ແລະ ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ກຸມພາ 1956; ທັງສອງປະເທດມີສະຖານທູດຂອງຕົນຕັ້ງຢູ່ ນະຄອນຫລວງ ຂອງກັນ ແລະ ກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484431
ມື້ນີ້135
ມື້ວານ273
ອາທິດນີ້869
ເດືອນນີ້3736