ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຸະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະ¬ຈຳ ສະ¬ຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ປະ¬ທາ¬ນາ¬ທິບໍດີແຫ່ງ ສາ¬ທາລະ¬ນະລັດອາແຊັກໄບຊານ

 

1675756140 82de1eab 9f6f 3f19 ae13 a0d12e41c2a5

ໃນຕອນເຊົ້າຂອງວັນ​ທີ 07 ກຸມພາ 2023 ຜ່ານມານີ້, ທ່ານ ນາງ ວິ­ລາ­ວັນ ເຍ່ຍ​ປໍ​ເຮີ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະ­ຈຳ ​ສະ­ຫະ​ພັນ​ຣັດ​ເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Iiham Aliyev, ປະ­ທາ­ນາ­ທິບໍດີແຫ່ງ ສາ­ທາລະ­ນະລັດ​ອາແຊັກໄບຊານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາ­ທາ­ລະ­ນະ​ລັດ​ ອາແຊັກໄບຊານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ.

 

ໃນ​ພິທີ​ຍື່ນ​ສານຕາຕັ້ງຄັ້ງນີ້, ພະນະທ່ານ Iiham Aliyev, ປະ­ທາ­ນາ­ທິບໍດີແຫ່ງ ສາ­ທາລະ­ນະລັດ​ອາແຊັກໄບຊານ ກໍ່ໄດ້​ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດ. ພ້ອມກັນນັ້ນ, ປະທານາທິບໍດີ ສ. ​ອາແຊັກໄບຊານ ຍັງໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ອາແຊັກໄບຊານ, ພິເສດແມ່ນທາງດ້ານການເມືອງ ແລະ ສາຍພັກ, ແຕ່ການພົວພັນທາງດ້ານເສດຖະກິດ, ການຄ້າ, ​ການລົງທຶນ ​ແລະ ການທ່ອງທ່ຽວ ຍັງບໍ່ທັນໄດ້ຮັບການຂະຫຍາຍຕົວເທົ່າທີ່ຄວນ ແລະ ກໍຫວັງຢ່າງຍິ່ງວ່າໃນໂອກາດທີ່ ທ່ານ ທູດ ໄດ້ມາເປັນທູດ ປະຈຳ ປະເທດພວກເຮົາແລ້ວຈະເຮັດໃຫ້ການພົວພັນໃນດ້ານນີ້ດີຂຶ້ນຕື່ມ. ຕໍ່ກັບການພົວພັນຫຼາຍຝ່າຍ ທັງສອງປະເທດ ກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ພິເສດ ແມ່ນການສະໜັບສະໜູນ ອາແຊັກໄບຊານ ໃຫ້ເປັນປະທານປະເທດກຸ່ມບໍ່ຮ່ວມກຸ່ມຕະຫຼອດມາ, ຊຶ່ງປີນີ້ ອາແຊັກໄບຊານ ຈະສຳເລັດການເປັນປະທານດັ່ງກ່າວ ແລະ ຫວັງວ່າ ສປປ ລາວ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ. ສ່ວນໃນອົງການ ສປຊ, ສອງຝ່າຍ ຕ່າງກໍ່ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດມາ.

 

ໃນໂອກາດດັ່ງກ່າວ, ທ່ານ ທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ກະຊວງການຕ່າງປະເທດ ແລະ ລັດຖະບານ ອາແຊັກໄບຊານ ທີ່ຕົກລົງເຫັນດີໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາແຊັກໄບຊານ, ພ້ອມທັງ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ອາແຊັກໄບຊານ, ຊຶ່ງປະທານາທິບໍດີອາແຊັກໄບຊານ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນັ້ນ, ທ່ານ ທູດ ຍັງໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍ່ຕີລາຄາສູງຕໍ່ກັນພົວພັນສອງຝ່າຍ ລາວ-ອາແຊັກໄບຊານ ແລະ ເຫັນດີ ຈະສືບຕໍ່ເສີມຂະຫຍາຍການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງຂື້ນໃນອະນາຄົດ. ໃນຕອນທ້າຍ, ທ່ານ ທູດ ຍັງໄດ້ແຈ້ງ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ຫລຸດຜ່ອນລົງ, ສປປ ລາວ ກໍ່ໄດ້ເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022. ໃນພີທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຂາດໝາຍ ແລະ ສົມກຽດ. ສປປ ລາວ ແລະ ອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ມາຕັ້ງແຕ່ວັນທີ 22 ພຶດສະພາ 1995.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484518
ມື້ນີ້34
ມື້ວານ188
ອາທິດນີ້956
ເດືອນນີ້3823