ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ຊາລສ ທີ III (King Charles III.) ແຫ່ງ ສະຫະຣາຊະອານະຈັກ ອັງກິດ

 

WhatsApp Image 2023 02 03 at 062020

     ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສະຫະຣາຊະອານະຈັກ ອັງກິດ ແລະ ອຽກລັງເໜືອ, ທ່ານ ດວງມະນີ ຍອດສີອຸດົມ ໄດ້ຮັບກຽດເຂົ້າເຝົ້າ ແລະ ຍື່ນສານຕາຕັ້ງຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕໍ່ສົມເດັດ ພະຣາຊາ ຊາລສ ທີ III ແຫ່ງ ສະຫະຣາຊະອະນາຈັກອັງກິດ ທີ່ ພະລາດຊະວັງ ບັກຄິງແຮມ, ລອນດອນ, ໃນຕອນເຊົ້າຂອງວັນທີ 02 ກຸມພາ 2023 ທີ່ຜ່ານມາ, ພາຍໃຕ້ພິທິການຢ່າງສົມກຽດ.

 

     ໃນໂອກາດອັນສະຫງ່າລາສີນີ້, ທ່ານ ດວງມະນີ ຍອດສີອຸດົມ ໄດ້ສະແດງຄວາມດີອົກດີໃຈເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ສົມເດັດ ພະຣາຊາ ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ຖືເອົາໂອກາດດຽວກັນນີ້ ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ຊາລສ ທີ III ແຫ່ງ ສະຫະຣາຊະອະນາຈັກອັງກິດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເວລາປະຕິບັດໜ້າທີ່ການທູດ ຢູ່ ສະຫະຣາຊະອານະຈັກອັງກິດ ນີ້ ທ່ານຈະພະຍາຍາມສຸມທຸກເຫື່ອແຮງຂອງຕົນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ມາແຕ່ດົນນານມາແລ້ວໃຫ້ມີຄວາມແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ສອງປະເທດ ແລະ ປະຊາຊົນສອງຊາດຂອງພວກເຮົາ. ທ່ານ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈ ມາຍັງສົມເດັດ ພາຣາຊາ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນອັງກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໂດຍຜ່ານອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບໍ່ສັງກັດລັດຖະບານ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການໃຫ້ທຶນການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະໃນໄລຍະການການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19. 

 

          ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສະຫະຣາຊະອານະຈັກອັງກິດ ແລະ ພ້ອມດຽວກັນນັ້ນ, ກໍຍັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ, ພ້ອມທັງອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດຂອງຕົນ ດ້ວຍຜົນສຳເລັດຢ່າງສູງ ແລະ ຈົບງາມ.

 

          ປະຕິບັດຕາມປະເພນີປະຕິບັດຂອງພິທີການ ພະຣາຊະວັງ, ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານທູດ ຍັງສືບຕໍ່ເປັນເຈົ້າພາບຈັດງານລ້ຽງຜົນສໍາເລັດໃນການຍື່ນສານ, ໃຫ້ກຽດເຂົ້າຮ່ວມງານ ແລະ ກ່າວຄໍາເຫັນຊົມເຊີຍ ໂດຍທ່ານ Alistair Harrison, ຫົວໜ້າຫ້ອງການພິທີການທູດສຳນັກພະຣາຊະວັງ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ ສ.ອັງກິດ, ບັນດາທຸຕານຸທູດຈາກປະເທດອາຊຽນ ແລະ ປະເທດເພື່ອນມິດຕ່າງໆ, ສະມາຄົມຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ເຂົ້າຮ່ວມ.  ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ພິທີການຕ່າງໆກ່ຽວຂ້ອງສໍາລັບການຫ້າງຫາກະກຽມ, ເຈົ້າໜ້າທີ່ກະຊວງການຕ່າງປະເທດສໍາລັບການພົວພັນ ແລະ ປະສານງານຕ່າງໆ.  ພ້ອມດຽວກັນນັ້ນ, ທ່ານທູດໄດ້   ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ອັງກິດ ທີ່ມີມາແຕ່ດົນນານ ໃນໄລຍະຜ່ານມາທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ອັນພົ້ນເດັ່ນແມ່ນ ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງຂອງກະຊວງການຕ່າງປະເທດທັງສອງໃນຊຸມປີຜ່ານມາ, ການຮ່ວມມືດ້ານການສຶກສາ, ການຊ່ວຍເຫຼືອດ້ານການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ ແລະ ການສະໜັບສະໜູນເຊິ່່ງກັນແລະກັນ ໂດຍຜ່ານຂອບການຮ່ວມມື ອາຊຽນ ກໍຄືໃນເວທີສາກົນສໍາຄັນຕ່າງໆ. ຫລັງຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມໝາຍໝັ້ນ ແລະ ວາງຄາດໝາຍໄວ້ວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດຕ່າງໆທີ່ມີຢູ່ແລ້ວ ໄປສູ່ຂົງເຂດອື່ນ, ເປັນຕົ້ນແມ່ນ ການຄ້າ ແລະ ການລົງທຶນ ລວມທັງການທ່ອງທ່ຽວ ເພື່ອປະກອບສ່ວນເຮັດໃຫ້ການພົວພັນ-ຮ່ວມມື ລະຫວ່າງສອງປະເທດລາວ-ສ.ອັງກິດ ໃຫ້ເກີດດອກອອກຜົນຫຼາຍຍິ່ງໆຂຶ້ນໃນອະນາຄົດ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480418
ມື້ນີ້76
ມື້ວານ172
ອາທິດນີ້816
ເດືອນນີ້6649