ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບຮັບເຄື່ອງຊ່ວຍເຫຼືອ ລະຫວ່າງ ສະຖານທູດລາວ ແລະ ມູນນິທິຈຸງຮວາຊືຊານ, ສປ ຈີນ

 

326734319 1343998766434893 2135703232951586679 n

 

ຕອນເຊົ້າຂອງວັນທີ 16 ມັງກອນ 2023 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ປັກກິ່ງ ສປ ຈີນ ໄດ້ຈັດພິທີມອບຮັບເຄື່ອງ ຊ່ວຍເຫຼືອ ລະຫວ່າງສະຖານທູດລາວ ແລະ ມູນນິທິຈຸງຮວາຊືຊານ, ສປ ຈີນ. ເຄື່ອງຊ່ວຍເຫຼືອ ດັ່ງກ່າວມີອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ກະເປົານັກຮຽນ ລວມມູນຄ່າທັງໝົດ 1,3 ລ້ານຢວນ ຫຼື ປະມານ 195, 488 ໂດລາສະຫະລັດ. ເຄື່ອງຊ່ວຍເຫຼືອຈຳນວນຫຼາຍໄດ້ສົ່ງມາຮອດ ສປປ ລາວ ແລ້ວ ແລະ ໄດ້ມອບຕໍ່ໃຫ້ແກ່ມູນນິທິຫັດຖະກຳຈິດອາສາ ເພື່ອສືບຕໍ່ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປມອບໃຫ້ເດັກນ້ອຍ ແລະ ຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ຂອງ ສປປ ລາວ.

 

ມູນນິທິຈຸງຮວາຊືຊານ ແມ່ນອົງການຈັດຕັ້ງທາງສັງຄົມ ທີ່ບໍ່ສັງກັດລັດຖະບານ ສ້າງຕັ້ງຂື້ນໃນປີ 1994, ຊຶ່ງໄດ້ຮັບອະນຸມັດຢ່າງເປັນທາງການ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສປ ຈີນ ແລະ ໄດ້ເຄື່ອນໄຫວວຽກງານປະຕິບັດແນວທາງນະໂຍບາຍຂອງພາກລັດ ໂດຍພາຍໃຕ້ການຊີ້ນຳຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ. ມູນນິທິຈຸງຮວາຊືຊານ ມີໜ້າທີ່ຜັນຂະຫຍາຍນະໂຍບາຍຂອງພັກ-ລັດ ໃນການຂົນຂວາຍກຳລັງແຮງ, ວັດຖຸສິ່ງຂອງ ແລະ ທຶນຮອນຊ່ວຍລັດຖະບານຈີນໃນການຊ່ວຍເຫຼືອດ້ານມະນຸດສະທຳໃນສັງຄົມຈີນ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ບັນດາປະເທດໃກ້ຄຽງ ເຊັ່ນ: ສປປ ລາວ, ມຽນມາ, ເນປານ, ມົງໂກລີ ແລະ ອື່ນໆ. ຜ່ານມາ ມູນນິທິດັ່ງກ່າວ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຈຳນວນໜື່ງເຊັ່ນ: ດຳເນີນໂຄງການ ເຄື່ອນໄຫວແສງສະຫວ່າງ ປິ່ນປົວປະຊາຊົນລາວ ຜູ້ທີ່ເປັນພະຍາດຕາຂຸ້ນ ໃນປີ 2016; ມອບເຄື່ອງຊ່ວຍເຫຼືອອຸປະກອນການຮຽນໃຫ້ເດັກນ້ອຍນັກຮຽນລາວ ຢູ່ເຂດຫ່າງໄກສອກຫຼີກ, ແລະ  ຮ່ວມມືກັບໜ່ວຍກູ້ໄພ Blue Sky ຕ້ານານການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາກເໜືອຂອງລາວໃນປີ 2020. ໃນໂອກາດພິທີມອບຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ສະແດງຄວາມຂອບໃຈ ຕໍ່ມູນນິທິ ແລະ ອວຍພອນປີໃໝ່ຈີນ ປະຈຳປີ 2023 ໃຫ້ແກ່ຄະນະດ້ວຍຄວາມອົບອຸ່ນ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404535
ມື້ນີ້11
ມື້ວານ171
ອາທິດນີ້946
ເດືອນນີ້6575