ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ແຫ່ງ ການາດາ

 

 

GG09 2023 0001 011

GG08 2023 0002 009

GG08 2023 0002 010

 

        ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023, ທີ່ ທໍານຽບຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ຫຼື Rideau Hall, ນະຄອນຫຼວງໂອຕາວາ, ປະເທດການາດາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານ ຕາຕັ້ງຂອງພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ນາງ ແມຣີ ເຈ ໄຊມອນ (Mary J. May Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳການາດາ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ດີຊີ, ສ. ອາເມລິກາ.

 

        ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ແມຣີ ເຈ ໄຊມອນ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນການາດາ ທຸກທົ່ວໜ້າ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ການາດາ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນປີ 1974 ເປັນຕົົົ້ນມາ ແລະ ໄດ້ສະແດງຄວາມຕັ້ງໃຈທີ່ຈະປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນໃນປະຈຸບັນ ລະຫວ່າງ ສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດລາວ ແລະ ການາດາ.

 

      ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈຝ່າຍການາດາຕໍ່ການຊ່ວຍເຫຼືອອັນມີຄ່າ ໃນໄລຍະຜ່ານມາ ລວມທັງການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ (UXO), ການຊ່ວຍເຫຼືອທາງດ້ານສາທາລະນະສຸກ, ພະລັງງານ, ການສຶກສາ, ການປະຕິບັດດ້ານກົດໝາຍ ແລະ ດ້ານອື່ນໆ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດຂອງ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆ ແລະ ຫວັງວ່າການາດາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຟື້ນຟູເສດຖະກິດຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໂລກໃນໄລຍະຜ່ານມາ.

 

     ໃນໂອກາດດັ່ງກ່າວ, ພະນະທ່ານ ນາງ ແມຣີ ເຈ ໄຊມອນ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ການາດາ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນອົບອຸ່ນຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ອວຍພອນມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ນໍາພາປະຊາຊົນລາວທຸກທົ່ວໜ້າໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລຍິ່ງໆຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານກໍອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ຈົ່ງປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ເປັນຢ່າງດີທຸກໆປະການ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618