ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຢື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ

  

  

2023017 Lao Am To Germen

  

  

ໃນວັນທີ 17 ມັງກອນ 2023, ທີ່ ສຳນັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (Schloss Bellevue), ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຟຣັງ-ວານເຕີ ສະຕາຍມາຍເອີ (Frank-Walter STEINMEIER), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ເຢຍລະມັນ.

   

ພາຍຫຼັງການຢື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ, ຊຶ່ງ ພະນະທ່ານ ປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ໄມບົວ ໄຊຍະວົງ, ທີ່ໄດ້ຮັບ ການແຕ່ງຕັ້ງຈາກ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ເຢຍລະມັນ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.

  

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດນີ້  ນຳເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ຟຣັງ-ວານເຕີ ສະຕາຍມາຍເອີ ແລະ ຜ່ານພະນະທ່ານປະທານາທິບໍດີ ໄປຍັງ ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທຸກຖ້ວນໜ້າ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ, ພິເສດໃນປີ 2023 ນີ້ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ການຮ່ວມມື ລາວ-ເຢຍລະມັນ. ພ້ອມກັນນັ້ນ, ທ່ານທູດ ໄດ້ຕາງໜ້າໃຫ້ລັດຖະບານສະແດງຄວາມຂອບໃຈຢ່າງສູງ ມາຍັງ ປະຊາຊົນ ແລະ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນ ລໍ້າຄ່າ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການພັດ​ທະ​ນາ​ຊົນ​ນະ​ບົດ, ກໍ່ສ້າງໂຄງ​ລ່າງ​ພື້ນ​ຖານ, ອາຊີວະ ສຶກສາ, ອະນຸລັກສິ່ງແວດລ້ອມ, ພັດທະນາເສດຖະກິດແບບຍືນຍົງ ແລະ ສົ່ງເສີມ​ພາກທຸລະກິດ-ເອກະຊົນ, ຊຶ່ງການ ຊ່ວຍເຫຼືອຂອງເຢຍລະມັນ ກວມເອົາເກືອບທຸກຂະແໜງການ ລວມມູນຄ່າ​ຫຼາຍກວ່າ 571 ລ້ານເອີໂຣ.

  

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດ ແດ່ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍ ຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງ ຂອງພະນະທານ ລວມທັງ ປະຊາຊົນເຢຍລະມັນ ທຸກຖ້ວນໜ້າ ຈົ່ງມີຄວາມຈະເລີນ ຮຸ່ງເຮືອງ ກ້າວໜ້າຕະຫລອດໄປ.

  

 

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484488
ມື້ນີ້4
ມື້ວານ188
ອາທິດນີ້926
ເດືອນນີ້3793