ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະອະນຸກຳມະການເຕັກນິກຊາຍແດນຮ່ວມ ລາວ-ໄທ ປະຊຸມພົບປະຄັ້ງທີ 15

 

Border

 

ໃນລະຫວ່າງວັນທີ 15-18 ທັນວາ 2022 ນີ້ ທີ່ນະຄອນຫລວງພະບາງ, ແຂວງຫລວງພະບາງ ໄດ້ມີກອງປະຊຸມຄະນະອະນຸກຳມະການເຕັກນິກຊາຍແດນຮ່ວມລາວ-ໄທ ຄັ້ງທີ່ 15, ຫົວໜ້າຄະນະຝ່າຍລາວນຳໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ໄທ ແລະ ຫົວໜ້າຄະນະຝ່າຍໄທ ນຳໂດຍ ທ່ານ ພົນໂທ ໄຊຍະສິດ ປຣິນຍານຸພາບ, ເຈົ້າກົມແຜນທີ່ທະຫານ ກອງບັນຊາການກອງທັບໄທ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມໄທ-ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະອະນຸກຳມະການເຕັກຮ່ວມລາວ-ໄທ ຄັ້ງທີ 14 ກ່ຽວກັບ ວຽກງານການສຳຫລວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກໄທ ໂດຍໄດ້ຮັບຮອງເອົາບົດບັນທຶກກອງປະຊຸມຄະນະຜູ້ອໍານວຍການໂຄງການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 16, ສະບັບລົງວັນທີ 10 ກັນຍາ 2022 ທີ່ ນະຄອນປາກເຊ ກ່ຽວກັບຜົນການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມ ລະຫວ່າງ ລາວ-ໄທ  ແລະ ການແກ້ໄຂບັນຫາຫລັກໝາຍຊາຍແດນທີ່ຄົງຄ້າງຕັ້ງແຕ່ວັນທີ 01 ສິງຫາ 1997 ເຖິງວັນທີ 30 ສິງຫາ 2022, ຊຶ່ງສອງຝ່າຍໄດ້ຮ່ວມກັນເດີນສໍາຫລວດກວດກາສັນປັນນໍ້າທີ່ຕໍ່ເນຶ່ອງທີ່ເປັນທິດເນັ່ງຂອງເສັ້ນຊາຍແດນ ແລະ ກໍ່ສ້າງຫລັກໝາຍຊາຍແດນເພີ່ມເຕີມຈຳນວນນຶ່ງ. ພ້ອມກັນນັ້ນ, ສອງຝ່າຍກໍໄດ້ຮ່ວມກັນວາງແຜນການດໍາເນີນວຽກງານທາງດ້ານເຕັກນິກບໍລິເວນຊາຍແດນທີ່ຍັງບໍ່ທັນສຳເລັດການປັກຫຼັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ ເພື່ອນໍາສະເໜີຕໍ່ກອງປະຊຸມຄະນະເຈົ້າໜ້າທີ່ອະວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມລາວ-ໄທ ພິຈາລະນາວິທີການແກ້ໄຂໃນຂັ້ນຕໍ່ໄປ.

 

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ເປັນບາດກ້າວໜຶ່ງຂອງການຮ່ວມມືໃນລະດັບຂັ້ນອະນຸກໍຳມະການເຕັກນິກຊາຍແດນຂອງສອງປະເທດ ເພື່ອປຶກສາຫາລືສະເໜີຕໍ່ຂັ້ນເທິງຂອງຕົນພິຈາລະນາວິທີການໃນການແກ້ໄຂບໍລະເວນເສັ້ນຊາຍແດນຄົງຄ້າງລະຫວ່າງສອງປະເທດຮ່ວມກັນ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404534
ມື້ນີ້10
ມື້ວານ171
ອາທິດນີ້945
ເດືອນນີ້6574