ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ

 

LaoAmhandAgreementtoCyp

 

ໃນວັນທີ 8 ທັນວາ 2022, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນິໂກສ ອານາສະຕາຊີອາເດັສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໄຊປຣັດສ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ເຊີແນວ, ສະວິດເຊີແລນ.

 

ພາຍຫລັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ໄດ້ພົບປະໂອ້ລົມກັບພະນະທ່ານປະທານາທິບໍດີ, ເຊິ່ງກ່ອນ ອື່ນທ່ານທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະຄວາມຮັກແພງ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນິໂກສ ອານາສຕາຊີອາເດັສ  ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ໄຊປຣັດສ ທຸກຖ້ວນໜ້າ ແລະໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ໄຊປຮັດສ ໃນໄລຍະຜ່ານມາ; ພິເສດ, ໄດ້ຢືນຢັນ ຈະສຸມທຸກຄວາມພະຍາຍາມ ເພື່ອເສີມສ້າງສາຍພົວພັນຮ່ວມມືສອງຝ່າຍລາວ-ໄຊປຣັດສ ກໍຄື ຂອບ ສປຊ ແລະອາຊຽນ-ອີຢູ ໃຫ້ນັບມື້ນັບເພີ່ມທະວີ. ໃນໂອກາດດັ່ງກ່າວ ທ່ານປະທານາທິບໍດີ ໄດ້ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສາທາລະນະລັດ ໄຊປຣັດສ ແລະອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງ ປະເທດໃນຕໍ່ໜ້າ.

 

ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ພົບປະ-ເຮັດວຽກແບບສອງຝ່າຍ ກັບ  ທ່ານ  Andreas Ignatiou, ຫົວໜ້າກົມກິດຈະການການເມືອງ  ແລະ ທ່ານ Theodoros Forides,​ ຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ໄຊປຣັດສ, ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ໄຊປຣັດສ ໃນໄລຍະຜ່ານມາ ແລະກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ບາງຂົງເຂດການຮ່ວມມືທີ່ເປັນບູລິມະສິດ ແລະສອງຝ່າຍມີທ່າແຮງບົ່ມຊ້ອນ ເປັນຕົ້ນ: ການສຶກສາ, ທ່ອງທ່ຽວ, ການຄ້າ ແລະການລົງທຶນ ລວມທັງການຮ່ວມມືຂອບຫລາຍຝ່າຍ: ສະຫະປະຊາຊາດ ແລະອາຊຽນ-ອີຢູ. ສປປ ລາວ ແລະສາທາລະນະລັດ ໄຊປຣັດສ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ມິຖຸນາ 2000.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117