ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ບາງກອກ ສະເຫລີມສະຫລອງວັນຊາດລາວ 2 ທັນວາ

 

 

Bangkok1 12 2

Bangkok1 12 1

Bangkok1 12 1

     ໃນວັນທີ 26 ທັນວາ 2022 ທີ່ບາງກອກ ປະເທດໄທ; ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດ​ພິທີສະ​ເຫລີມສະຫລອງ​ວັນຊາດ 2 ທັນວາ, ຄົບຮອບ 47 ປີ.​ ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຟົດຟື້ນ ແລະ ມີເນື້ອໃນອັນເລິກເຊິ່ງທາງດ້ານປະຫວັດສາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງການພົວພັນຮ່ວມມື ລະຫວ່າງ ລາວ-ໄທ.

 

    ໃນພິທີສະເຫຼີມສະຫຼອງວັນຊາດລາວຄັ້ງນີ້ ທ່ານ ບຸນແຝງ ພຸມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໃຫ້ກຽດເຂົ້າຮ່ວມ, ພາຍໃຕ້ການ​ເປັນ​ປະທານຂອງ ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດໄທ ແລະ ຍັງມີພະນັກງານສະຖານທູດ, ບັນດາແຂກທີ່ມີກຽດຈາກຝ່າຍລາວ ແລະ ໄທ, ຕະຫຼອດຮອດພີ່ນ້ອງເຊື້ອສາຍລາວ-ໄທ ເຂົ້າຮ່ວມເກືອບ 700 ຄົນ.

 

     ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ໄດ້ຂຶ້ນກ່າວໃນພິທີພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມອັນສໍາຄັນຂອງວັນຊາດ 2 ທັນວາ ເຊິ່ງໄດ້ຫວນຄືນເຖິງເສັ້ນທາງການປະຕິວັດຊາດ ປະຊາທິປະໄຕ ຂອງປະຊາຊົນລາວ ນັບຕັ້ງແຕ່ການຕໍ່ສູ້ຕ້ານການຮຸກຮານຈາກພາຍນອກຂອງບັນພະບຸລຸດລາວ, ຈົນມາຮອດການນໍາພາຕໍ່ສູ້ຂອງພັກປະຊາຊົນ ປະຕິວັດລາວ ໃນປີ 1955 ທີ່ສາມາດປົດປ່ອຍປະເທດຊາດ ຍາດເອົາໄຊຊະນະຈາກ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ແລະ ໄດ້ປະກາດເອກະລາດຢ່າງສົມບູນໃນວັນທີ 2 ທັນວາ 1975.

 

     ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກ-ລັດ ໄດ້ນໍາພາປະຊາຊົນລາວບັນດາເຜົ່າປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕົ້ນຕໍແມ່ນເລັ່ງໃສ່ຮໍາບາດແຜຈາກສົງຄາມ, ລົບລ້າງຄວາມທຸກຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຈົນພາໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນ ຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດຊາດລາວ. ພ້ອມນີ້, ປະເທດຊາດກໍມີສະຖຽນລະພາບ, ມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ການຄົມມະນາຄົມຂົນສົ່ງໄດ້ຮັບການຍົກລະດັບ, ວັດທະນະທໍາອັນດີງາມຂອງຊາດໄດ້ຮັບການອະ ນຸລັກ, ອັນພົ້ນເດັ່ນແມ່ນການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ, ບົດບາດຊື່ສຽງຂອງ ສປປ ລາວ ໄດ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ  ເຫັນໄດ້ຈາກໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ແລະ ເກີດໄພນໍ້າຖ້ວມ ໄດ້ມີຫຼາຍປະເທດເພື່ອນມິດຍື່ນມືໃຫ້ ການຊ່ວຍເຫຼືອ ທັງຈາກປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານໃກ້ຄຽງ, ລວມທັງຈາກຣາຊະອານາຈັກໄທ.

 

     ເວົ້າລວມ, ສປປ ລາວ ໄດ້ດໍາເນີນນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ. ມາຮອດປະຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດກັບ 148 ປະເທດ, ມີສໍານັກຕາງໜ້າການທູດໃນ 41 ປະເທດ.

 

     ຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຕະຫຼອດ 47 ປີ ຜ່ານມາ ໄດ້ນໍາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວທັງຊາດ. ດັ່ງ ນັ້ນ, ຂໍສັນລະເສີນຄຸນງາມຄວາມດີນັກຮົບປະຕິວັດທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາ ຊົນຢ່າງສຸດອົກສຸດໃຈ ແລະ ຂໍອວຍພອນແກ່ການນໍາພັກ-ລັດ ຈົ່ງໝັ້ນຍືນ, ສາຍພົວພັນ ລາວ-ໄທ,ໄທ-ລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.

 

     ໃນ​ພິ​ທີສະເຫລີມສະຫລອງວັນຊາດປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງພີ່ນ້ອງຄົນໄທ ເຊື້ອສາຍລາວ, ເຊັ່ນ: ລາວພວນ, ລາວໄຕດໍາ, ລາວວຽງ, ລາວຄັ່ງ, ລາວງ້ຽວ ຢ່າງມ່ວນຊື່ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ. ນອກນີ້, ຍັງມີການວາງສະແດງອາຫານທີ່ຫຼາກຫຼາຍຂອງທ້ອງຖິ່ນໃຜລາວ ແລະ ຜະລິດຕະພັນຫັດຖະກໍາລາວອີກດ້ວຍ.

 

     ພ້ອມນີ້, ສະຖານທູດ ຍັງໄດ້ຈັດການແຂ່ງຂັນ ກິລາກ໊ອຟ (Golf)  ການກຸສົນ ເພື່ອນໍາເອົາລາຍໄດ້ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ີປະສົບໄພພິບັດນໍ້າຖ້ວມຢູ່ ສປປ ລາວ ເຊິ່ງມີນັກກິລາທີ່ເປັນນັກການເມືອງ ແລະ ນັກທຸລະກິດ ເຂົ້າຮ່ວມແຂ່ງຂັນທັງໝົດ 16 ກ້ວນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126