ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດ ຂອງອົງການ ຝຣັງໂກໂຟນີ ຄັ້ງທີ 18 ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 18-20/11/2022 ທີ່ ເກາະ ແຊກບາ, ປະເທດ ຕຸຍນີຊີ.

 

 

 

       ໃນວັນທີ 18-20/11/2022 ທ່ານ ອະໂສກະ ຣາຊະພົນ, ອັກຄະລັດຖະທູດທີ່ປຶກສາ ປະຈໍາສະຖານທູດລາວ ທີ່ ປາຣີ, ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ 18 ທີ່ເກາະ ແຊກບາ, ປະເທດ ຕຸຍນີຊີ. ອົງການຝຣັ່ງໂກໂຟນີ ສ້າງຕັ້ງຂື້ນ ໃນປີ 1970 ທີ່  ນິອາເມ ປະເທດ ນິແຊຣ ອົງການ ຝະລັ່ງໂກໂຟນີ ມີເປົ້າຫມາຍຫລັກ ແມ່ນສົ່ງເສີມການຮຽນການສອນ ແລະການນຳໃຊ້ ພາສາ ຝະລັ່ງ ໃນຂອບເຂດທົ່ວໂລກ ເຊິ່ງມາເຖິງປະຈຸບັນ ມີຢູ່ ປະມານ 321 ລ້ານຄົນ ທີ່ໃຊ້ພາສາ ຝະລັ່ງ ໃນໂລກ. ຕໍ່ມາ ຝະລັ່ງໂກໂຟນີ ໄດ້ຫລີ້ນບົດບາດ ເປັນອົງການທາງດ້ານການເມືອງ ເພື່ອສົ່ງເສີມສັນຕິພາບ, ຄວາມເປັນລະບຽບຮຽບຮ້ອນທາງດ້ານສັງຄົມ, ສິດທິມະນຸດ ແລະຄວາມສະເຫມີພາບຍິງ-ຊາຍ, ການຮ່ວມມືເສດຖະກິດ ດີຈີຕອລ໌, ການພັດທະນາທີ່ຍືນຍົງ ແລະຍົກສູງບົດບາດຂອງຊາວຫນຸ່ມໃນສັງຄົມ. ໃນກອງປະຊຸມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ເປັນສະມາຊິກ ຂອງ ອົງການ ຝຮັງໂກໂຟນີສາກົນ, ຊຶ່ງລວມມີປະເທດທີ່ເປັນສະມາຊິກສົມບູນ 54 ປະເທດ, ປະເທດສັງເກດການ 27 ປະເທດ ແລະ ປະເທດສົມທົບ 7 ປະເທດ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ສົມບູນ ມາແຕ່ ປີ 1991.

         ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ (CMF) ຈັດຂື້ນໃນວັນທີ 18/11/2022 ໂດຍການເປັນປະທານຂອງລັດຖະມົນຕີການຕ່າງປະເທດ ຕຸຍນີຊີ ແລະໄດ້ແຕ່ງຕັ້ງ ປະເທດ Andorre ເປັນຮອງປະທານ CMF ຊຶ່ງມີໜ້າທີ່ຮັບຜິດຊອບຈົນຮອດກອງປະຊຸມສະໄໝສາມັນຂອງ CMF ຄັ້ງຕໍ່ໄປ. ກອງປະຊຸມໄດ້ຮັບຮອງເອົາບັນດາເອກະສານສໍາຄັນຫລາຍສະບັບ ເປັນຕົ້ນ ບົດລາຍງານກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 39, 40, 41 ແລະ 42; ຮັບຟັງບົດລາຍງານຂອງເລຂາທິການໃຫຍ່. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ຫລາຍວິກິດການ ທີ່ເກີດຂື້ນໃນຂອບເຂດທົ່ວໂລກເປັນຕົ້ນແມ່ນ: ສົງຄາມ, ການຍາດແຍ່ງອຳນາດ, ການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ, ສິດທິມະນຸດ, ອາຫານ, ສາທາລະນະສຸກ ແລະ ສະພາບແວດລ້ອມ.

 

      ກອງປະຊຸມສຸດຍອດຝຮັງໂກໂຟນີ ຄັ້ງທີ 18 ທີ່ໄດ້ຈັດຂື້ນໃນວັນທີ 19-20/11/2022, ໂດຍການເປັນປະທານ ຂອງ ພະນະທ່ານ S.E. M. Kaïs Saïed, ປະທານປະເທດ ຕຸຍນິຊີ ດໍາເນີນພາຍໃຕ້ຫົວຂໍ້: ‘’ການເຊື່ອມຕໍ່ໃນຄວາມຫລາກຫລາຍ: ດີຈີຕອນເປັນຕົວຂັບເຄື່ອນຂອງການພັດທະນາ ແລະ ຄວາມສາມັກຄີໃນຂົງເຂດທີ່ນໍາໃຊ້ພາສາຝລັ່ງ’’. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບ ຜົນກອງປະຊຸມລັດຖະມົນຕີ ຄັ້ງທີ 43, ໄດ້ສົນທະນາໃນ ຫົວຂໍ້: ອົງການຝຣັງໂກໂຟນີໃນອານາຄົດ  ແລະເປັນເອກະສັນໄດ້ເລືອກຕັ້ງເອົາ ທ່ານ ນາງ Louise Mushikiwabo ເພື່ອສືບຕໍ່ເປັນເລຂາທິການໃຫຍ່ ອົງການຝຣັງໂກໂຟນີສາກົນສະໄໝທີ 2. ຝລັ່ງ ຮັບສະໝັກເປັນເຈົ້າພາບຈັດກອງປະຊຸມສຸດຍອດຝຮັງໂກໂຟນີຄັ້ງທີ 19 ຕໍ່ໄປໃນ ປີ 2024 ແລະ ພ້ອມກັນນັ້ນ ກອງປະຊຸມກໍ່ໄດ້ຮັບຮອງເອົາເອກະສານ ສໍາຄັນຄື: ຖະແຫລງການຂອງກອງປະຊຸມສຸດຍອດ Djerba; ຍັດຕິກ່ຽວກັບວິກິດການ ແລະ ການສ້າງສັນຕິພາບໃນຂົງເຂດທີ່ນໍາໃຊ້ພາສາຝລັ່ງ; ຖະແຫລງການກ່ຽວກັບການນໍາໃຊ້ພາສາ ຝຣັ່ງ ໃນຄວາມຫລາກຫລາຍທາງດ້ານພາສາ ຂອງອົງການຝຣັງໂກໂຟນີ; ຍຸດທະສາດຂອງ ອົງການຝຣັງໂກໂຟນີ ປີ 2023-2030 ແລະ ລະບຽບຂັ້ນຕອນການຮັບເອົາ ຫລື ປ່ຽນແປງສະຖານະຂອງລັດ ຫລື ລັດຖະບານ ຂອງອົງການຝຮັງໂກໂຟນີ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404070
ມື້ນີ້8
ມື້ວານ264
ອາທິດນີ້481
ເດືອນນີ້6110