ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຕາງຫນ້າມອບເຄື່ອງຊ່ວຍເຫຼືອບັນເທົາທຸກດ້ານມະນຸດສະທຳ ໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

 

 

Donation

 

ຕອນບ່າຍຂອງວັນ​ທີ 26 ຕຸລາ 2022, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ຕາງໜ້າໃຫ້ ຄອບຄົວ ທ່ານ ດຣ. ບຸນ ວານະສິນ ແລະ ທ່ານ ນ. ຈາຣຸນາ ວານະສິນ, ປະທານບໍລິສັດທົນບູລີເຣວແຄ ກລຸບ ຈໍາກັດ ມະຫາຊົນ ເພື່ອມອບເຄື່ອງຊ່ວຍເຫຼືອບັນເທົາທຸກດ້ານມະນຸດສະທໍາ ໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນໍາໄປມອບໃຫ້ປະຊາຊົນລາວ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຮັບ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບດ້ວຍໝີ່ສໍາເລັດຮູບ ມູນຄ່າ 1.200.000 ບາດ, ຢາປົວພະຍາດ ມູນຄ່າ 500.000 ບາດ ແລະ ເງິນສົດ 300.000 ບາດ, ຊຶ່ງມີມູນຄ່າ ທັງໝົດ 2.000.000 ບາດ.

 

ໃນໄລຍະຜ່ານມາ ຄອບຄົວຂອງ ທ່ານ ດຣ. ບຸນ ວານະສິນ ແລະ ທ່ານ ນາງ ຈາຣຸວັນ ວານະສິນ ໄດ້ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ຫຼາຍຄັ້ງ ຄື: ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຈັດໂຄງການ Home Isolation ເພື່ອຊ່ວຍເຫຼືອນັກສຶກສາ, ພະສົງ ແລະ ແຮງງານລາວ ລວມທັງພະນັກງານສະຖານທູດທີ່ຕິດພະຍາດໂຄວິດ-19 ພ້ອມນັ້ນ ຍັງໄດ້ນໍາທີມແພດ ແລະ ຢາຊ່ວຍເຫຼືອປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ.

 

ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖືໂອກາດດັ່ງກ່າວ ສະແດງຄວາມຂອບໃຈ ທ່ານເອກອັກຄະລັດຖະທູດລາວ ທີ່ໄດ້ລະດົມຂົນຂວຍການຊ່ວຍເຫຼືອຕ່າງໆ ມາໃຫ້ປະຊາຊົນລາວ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະລັດຖະທູດ ໄປຍັງຄອບຄົວຂອງ ທ່ານ ດຣ. ບຸນ ວານະສິນ ແລະ ທ່ານ ນ. ຈາຣຸນາ ວານະສິນ ທີ່ໄດ້ເສຍສະຫຼະຊັບສິນສ່ວນຕົວ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃນປີ 2022 ໃນຂອບເຂດທົ່ວປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480213
ມື້ນີ້43
ມື້ວານ157
ອາທິດນີ້611
ເດືອນນີ້6444