ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາສໍານັກງານ ທີ່ ເຊີແນວ ເຂົ້າຮ່ວມກອງປະຊຸມອົງການສະຫະພາບໂທລະຄົມມະນາຄົມສາກົນຄັ້ງປິ 2022 (ITU PP-22).

      

 

2022 10 7 PP

 

ໃນໄລຍະວັນທີ 25 ກັນຍາ-4 ຕຸລາ 2022 ທີ່ ນະຄອນຫລວງ ບູຄາເຣດ, ປະເທດຣູມານີ, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາສໍານັກງານ ທີ່ ເຊີແນວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການສະຫະພາບໂທລະຄົມມະນາຄົມສາກົນ ຄັ້ງປິ 2022 (ITU PP-22) ໂດຍການເປັນປະທານຂອງ   ຣູມານີ, ພາຍໃຕ້ຫົວຂໍ້: “ເຊື່ອມຈອດ ແລະ ຮ່ວມກັນ” (Connect and Unite) ແລະ ມີຄະນະຜູ້ແທນຈາກຫຼາຍກວ່າ 150 ປະເທດເຂົ້າຮ່ວມ. ຈຸດປະສົງລະດັບຄາດໝາຍຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດການຮ່ວມມື ໃນໄລຍະ 4 ປີຜ່ານມາ (ITU PP-18); ກໍານົດທິດທາງແຜນການໃນ 4 ປີຕໍ່ໜ້າ (ITU PP-26); ແລະ ເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່.

 

ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງ ຄະນະຜູ້ແທນ ແຫ່ງ ສປປ ລາວ: ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໃນກອງປະຊຸມຄົບຄະນະ; ເຂົ້າຮ່ວມກອງປະຊຸມໂຕະມົນລະດັບລັດຖະມົນຕີ; ປ່ອນບັດລົງຄະແນນສຽງເລືອກຕັ້ງຄະນະບໍລິຫານງານຊຸດໃໝ່; ແລະພົບປະສອງຝ່າຍກັບບາງປະເທດ. ສໍາລັບເນື້ອໃນການກ່າວຄໍາເຫັນ ໃນພາກກອງປະຊຸມຄົບຄະນະ ແມ່ນເນັ້ນໃສ່ບົດບາດຄວາມສໍາຄັນ ຂອງອົງການ ITU ໂດຍສະເພາະຄວາມກ້າວໜ້າ ດ້ານຂໍ້ມູນຂ່າວສານ-ເຕັກໂນໂລຊີ-ການສື່ສານ (ICT) ຈະສາມາດປະກອບສ່ວນອັນສໍາຄັນ ເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ-ສິງທ້າທາຍ ທີ່ປະຊາຄົມໂລກກໍາລັງປະເຊີນຢູ່ ເປັນຕົ້ນ: ການລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ແລະສະພາບຂໍ້ຂັດແຍ່ງໃນໂລກ. ສໍາລັບທິດທາງໃນຕໍ່ ໜ້າໄດ້ສະເໜີ 4 ຂົງເຂດບູລິມະສິດ ໃນການສືບຕໍ່ພັດທະນາຂະແໜງ ICT ຂອງ ສປປ ລາວ: (1) ສະເໜີຂໍການພົວພັນຮ່ວມມື ແລະ ຊ່ວຍເຫລືອໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 2021-2025 ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນດ້ານດິຈິຕອນ ລວມທັງຊາວໜຸ່ມ ແລະ ແມ່ຍິງ; (2) ເນື່ອງຈາກ ສປປ ລາວ ເປັນປະເທດບໍ່ມີທາງອອກສູ່ທະເລ, ສະເໜີອົງການ ITU ແລະ ຜູ້ໃຫ້ທຶນທັງສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ການຊ່ວຍເຫລືອດ້ານ ICT ແກ່ບັນດາດ່ານສາກົນ ລະຫວ່າງ ລາວ ແລະ ປະເທດເພື່ອນບ້ານ ແນ່ໃສ່ອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ, ໂລຈິດສະຕິກ, ແລະ ໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ; (3) ເຊີນຊວນພາກລັດ ແລະ ເອກະຊົນຂອງບັນດາປະເທດສະມາຊິກ ITU ແລະ ບໍລິສັດຂ້າມຊາດ ມາຢ້ຽມຢາມ ແລະ ຊອກໂອກາດ ເພື່ອຮ່ວມມື ແລະ ລົງທຶນດ້ານ ICT ຢູ່ ສປປ ລາວ ພາຍໃຕ້ສັນຍາຂໍ້ມູນຂ່າວສານ-ເຕັກໂນໂລຊີ ຂອບອົງການການຄ້າໂລກ (WTO IT Agreement), ເຊິ່ງ ສປປ ລາວເປັນພາຄີ; ແລະ (4) ສະເໜີອົງການ ITU ແລະ ຜູ້ໃຫ້ທຶນທັງສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ການຊ່ວຍເຫຼືອ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ໃນການຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແບບຍືນຍົງ.

        

ສໍາລັບຜົນການລົງຄະແນນສຽງເລືອກຕັ້ງ ເອົາຄະນະບໍລິຫານງານຊຸດໃໝ່ ສໍາລັບໄລຍະ 4 ປີຕໍ່ໜ້າ (2023-2026) ຂອງອົງການ ITU: 1. ເລຂາທິການໃຫຍ່-ທ່ານ ນ. ດໍຣິນ ບ໋ອກດານ ມາຕິນ (ອາເມຣິກາ); 2. ຮອງເລຂາທິການໃຫຍ່-ທ່ານ ໂທມັສ      ລາມານູສກັສ (ລິດຕົວນີ); 3. ຫົວໜ້າຫ້ອງການດ້ານສື່ສານວິທະຍຸ-ທ່ານ ມາຣິໂອ ມາເນວິກ (ອູຣູກວາຍ); 4. ຫົວໜ້າຫ້ອງການດ້ານມາດຕະຖານ- ທ່ານ ເຊອິໂຊະ ໂອໂນເອະ (ຍີ່ປຸ່ນ); ແລະ 5. ຫົວໜ້າຫ້ອງການດ້ານພັດທະນາ ແລະ ຮ່ວມມື-ທ່ານ ກອສມາສ ຊາວາຊາວາ (ຊິມບັບເວ). ພ້ອມນີ້, ຍັງໄດ້ສໍາເລັດການເລືອກຕັ້ງສະພາບໍລິຫານອົງການ ITU ຈຳນວນ 48 ປະເທດ ແລະ ຄະນະສະພາບໍລິຫານ (Board) ດ້ານສື່ສານວິທະຍຸ ຈຳນວນ 12 ທ່ານ.

       

ກອງປະຊຸມອົງການສະຫະພາບໂທລະຄົມມະນາຄົມສາກົນຈັດຂຶ້ນ 4 ປີ/ຄັ້ງ ແລະກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2026 (ITU PP-26) ຢູ່ທີ່ ໂດຮາ, ປະເທດ ກາຕາ.

         

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484430
ມື້ນີ້134
ມື້ວານ273
ອາທິດນີ້868
ເດືອນນີ້3735