ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ ແລະ ຄະນະພັກ-ຄະນະນໍານະຄອນດານັງ ໄດ້ຈັດພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ການຮ່ວມມື ລາວ- ຫວຽດນາມ, ຫວຽດນາມ-ລາວ.

 

2022 9 8 Danang

 

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2022 ທີ່ ນະຄອນດານັງ ໄດ້ຈັດພິທີສະ​ເຫຼີ​ມສະຫຼອງ 60 ປີ​ ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (5/9/1962 – 5/9/2022) ​ແລະ  ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022). ໂດຍມີ ສະຫາຍ ຫງວຽນ ວັນ ກວ້າງ,​ ກໍາມະການສູນກາງພັກ, ເລຂາພັກນະຄອນ ດານັງ; ສະຫາຍ ພົນໂທ ຖາຍ ດາຍ ຫງ໋ອກ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 5; ສະຫາຍ ເລືອງ      ຫງວຽນ ມິ່ງ ຈ໋ຽດ, ສະມາຊິກສໍາຮອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານສະພາປະຊາຊົນ;​ ສະຫາຍ ເລ ຈຸງ ຈິ່ງ​, ຮອງເລຂາ​ຄະນະ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​; ສະຫາຍ ໂງ ຊວນ ຖັງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນດານັງ; ສະຫາຍ ໂຮ ກີ່ ມິງ, ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນດານັງ​;  ສະຫາຍ ຫງວຽນ ວັນ ຈ້ຽນ, ຫົວໜ້າ ສະຫະພັນ ອະດີດທະຫານ ອາສາສະໝັກ ຫວຽດນາມ ຂອງນະຄອນດານັງ; ສະຫາຍ ສຸພັນ ຫາດາວເຮືອງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ; ຜູ້ຕາງໜ້າ​ສຳນັກງານ​ກົງສຸນໃຫຍ່ ​ຕ່າງປະ​ເທດ ຄື: ສະຫະພັນລັດເຊຍ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ ປະຈໍານະຄອນດານັງ, ພ້ອມ​ດ້ວຍ​ ພະນັກງານກົງສຸນໃຫຍ່,​ ນັກສຶກສາລາວ ແລະ ຜູ້​ແທນປະມານ 1.000 ຄົນ ເຂົ້າຮ່ວມພິທີ.

 

ໃນພິທີດັ່ງກ່າວ, ສະຫາຍ ຫງວຽນ​ ວັນ ​ກວ້າງ, ​ເລ​ຂາ​ພັກນະຄອນໄດ້ຢືນຢັນເຖິງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງບັນດາໄຊຊະນະທີ່ຍາດມາໄດ້ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄື ຕະຫລອດໄລຍະການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ແລະ ເດີນຕາມເສັ້ນທາງສັງຄົມນິຍົມຂອງຫວຽດນາມ ລ້ວນແລ້ວແຕ່ຕິດພັນກັບການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ ແລະ ໝົດຈິດໝົດໃຈຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າລາວອ້າຍນ້ອງ. ສະນັ້ນ, ນະຄອນດານັງ ໄດ້ເອົາໃຈໃສ່, ວາງທິດທາງ, ແຜນການຮ່ວມມືກັບບັນດາແຂວງພາກໃຕ້-ພາກກາງຂອງລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນ.

 

ຕະຫລອດໄລຍະ 40 ປີຜ່ານມາ, ນະຄອນ ດານັງ ​ໄດ້​ໄດ້ເຊັນສັນຍາ (MOU) ກັບບັນດາແຂວງພາກໃຕ້-ພາກກາງ ຂອງລາວເກືອບ 40 ສະບັບ​, ພ້ອມທັງມີການແລກປ່ຽນຢ້ຽມຢາມ ແລະ ພົບປະປຶກສາຫາລື, ແລກປ່ຽນບົດຮຽນນໍາກັນນັບແຕ່ລະດັບຂັ້ນສູງລົງຮອດຂັ້ນວິຊາການເປັນປະຈໍາ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກທຸລະກິດຂອງ ສອງຝ່າຍໄດ້ມີການຮ່ວມມື ດ້ານການ​ຄ້າ, ການລົງທຶນ, ຄົມມະນາຄົມ, ການຊ່ວຍເຫລືອໃນການສ້າງແຜນການ​ພັດທະນາ​ກະສິກຳ, ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ການສຶກສາ, ວັດທະນະທໍາ ແລະ ສັງຄົມ ພິເສດແມ່ນການກໍ່ສ້າງຊັບພະຍາກອນມະນຸດ.

​         

ໄລຍະ 2018-2022, ນະຄອນ​ ດານັງ ໄດ້ຊ່ວຍເຫລືອດ້ານງົບປະມານ ປະມານ 116 ຕື້​ດົ່ງ ​ເພື່ອ​​ຊ່ວຍເຫລືອ 5 ແຂວງ​ພາກ​ໃຕ້-​ພາກ​ກາງຂອງ​ລາວ ຄື: ແຂວງອັດຕະປື, ແຂວງ ເຊກອງ, ແຂວງສາລະວັນ, ​ແຂວງ ຈໍາປາສັກ ແລະ ແຂວງສະຫວັນນະເຂດ. ໃນນີ້ກໍ່ມີຫລາຍ​ໂຄງການ​ຮ່ວມ​ມືກັນ ​ຄື: ກໍ່ສ້າງ​ໂຮງຮຽນ, ສູນ​ສອນ​ພາສາ​ຫວຽດນາມ ​ແລະ ສົ່ງຄູອາຈານມາ​ສອນ​ພາສາ​ຫວຽດນາມ, ໃຫ້ທຶນນັກສຶກສາລາວໄປສຶກສາ ແລະ ຄົ້ນຄວ້າຢູ່ມະຫາວິມະຍາໄລຂອງນະຄອນ ດານັງ, ຮັບພະນັກງານຈາກບັນດາພະແນກການຂອງລາວ ມາຖອດຖອນບົດຮຽນຢູ່ນະຄອນ ດານັງ, ຊ່ວຍຄົ້ນຄວ້າ ​ແລະ ວາງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ…

ໃນສະພາບການຂອງໂລກໃນປະຈຸບັນ, ຕໍ່ໜ້າສະພາບທີ່ເຕັມໄປດ້ວຍສິ່ງທ້າທາຍຕໍ່ 2 ປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ 2 ປະເທດເວົ້າລວມ, ເວົ້າສະເພາະ ລະຫວ່າງ ນະຄອນດານັງ ກັບບັນດາແຂວງພາກໃຕ້-ພາກກາງຂອງລາວຕ້ອງໄດ້ຍົກຂື້ນເປັນວຽກທໍາອິດ.

 

ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນດານັງ ເວລາໃດກໍ່ຖືສໍາຄັນ ແລະ ເປັນວຽກບຸລິມະສິດຕໍ່ການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນກັບ ສປປ ລາວເວົ້າລວມ, ເວົ້າສະເພາະກັບບັນດາແຂວງພາກໃຕ້-ພາກກາງຂອງລາວ.

 

ສະຫາຍ ​ສຸ​ພັນ ຫາດາວ​ເຮືອງ ​ໄດ້ກ່າວທົບທວນຄືນປະຫວັດສາດ ສອງຊາດລາວ-ຫວຽດນາມ, ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ ເຄົາລົບຮັກ ເປັນຜູ້ກໍ່ຕັ້ງຂື້ນ. ໃນໄລຍະກວ່າເຄີ່ງສັດຕະວັດທີ່ຜ່ານມາ ສອງພັກ, ສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກ ທຸລະກັນດານ ແລະ ເຕັມໄປດ້ວຍຄວາມເສຍສະຫລະ ບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂື້ນແບບເກົ່າ ແລະ ໃໝ່ສອງຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ສັດຕູໂຕດຽວກັນ ເພື່ອກອບກູ້, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

 

ນອກຈາກນັ້ນ, ຍັງໄດ້ຢືນຢັນວ່າ: ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ເຮັດໃຫ້ການພົວພັນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ກໍ່ໄດ້ນັບມື້ນັບໄດ້ຮັບການປັບປຸງຢ່າງຮອບດ້ານ ແລະ ໜັກແໜ້ນ ແລະ ສຸດກົກສຸດປາຍ, ທັງເປັນປັດໃຈພື້ນຖານອັນແໜ້ນແກ່ນໃຫ້ແກ່ການຮ່ວມມືຍາວນານ ເພື່ອສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້. ພ້ອມນີ້ກໍຢືນຢັນຈະສືບຕໍ່ເພີ່ມທະວີ ປົກປັກຮັກສາເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂື້ນ.

 

ໃນພິທີ​ສະ​ເຫຼີມສະຫຼອງ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 15 ສະຫາຍ ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ນະຄອນ ດາ​ນັງ ​ແລະ ທ້ອງ​ຖິ່ນ ຂອງລາວ ​ໄລຍະ 2018-2022.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484516
ມື້ນີ້32
ມື້ວານ188
ອາທິດນີ້954
ເດືອນນີ້3821