ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າອວຍພອນການນຳກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 77 ປີ

 

2022 9 1 VNMOFA

2022 9 1 VNMOFA2

ວັນ​ທີ 31 ສິງຫາ 2022, ສະຫາຍ ຈັນທະພອນ ຄຳມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນ ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ຮອງຫົວໜ້າຜູ້ປະຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ມິ​ງ ຫວູ  ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 77 ປີ (02/09/1945-02/09/2022) ແລະ ວັນສ້າງສາຍພົວພັນການທູດ ລະຫວ່າງ ລາວ-​ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).

 

ໂອກາດນີ້, ສະຫາຍ ຈັນທະ​ພອນ​  ຄຳ​ມະນີ​ຈັນ ​ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງ ຫວຽດນາມ ໃນຕະຫລອດໄລຍະ 77 ປີຜ່ານມາ, ຊຶ່ງສະຫາຍໄດ້ກ່າວວ່າ: ຕະຫລອດໄລຍະ 77 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ່ຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຢ່າງພິລະອາດຫານ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ໃນວັນທີ 2 ກັນຍາ 1945 ແລະ ທ້ອນໂຮມປະເທດຊາດ​ເປັນ​ເອກະ​ພາບ ໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໂດຍສະເພາະຕະຫຼອດໄລຍະ 35 ກວ່າປີ ​ແຫ່ງ​ການປະຕິບັດ​ພາລະກິດ​​ປ່ຽນ​ແປງ​​ໃໝ່, ຫວຽດນາມ ບັນລຸ​​ໄດ້ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງຮອບດ້ານ ເຊັ່ນ: ການເມືອງມີສະຖຽນລະພາບ, ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບມີຄວາມໜັກແໜ້ນ, ​​ສັງຄົມມີຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດີ, ເສດຖະກິດມີການຂະຫຍາຍຕົວໄວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ການພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ເປີດກວ້າງ ຊຶ່ງເຮັດໃຫ້ບົດບາດ ​ແລະ ​ອິດ​ທິພົນຂອງ​ ສສ ຫວຽດນາມ ນັບ​ມື້​​ສູງ​​ເດັ່ນ​ຂື້ນໃນ​ເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ພ້ອມ​ທັງເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ່ຂອງພັກກອມມູນິດຫວຽດນາມ, ການບໍລະຫານຂອງລັດຖະບານຫວຽດນາມ, ການຕິດຕາມກວດກາຢ່າງໃກ້ຊິດຂອງສະພາແຫ່ງຊາດ, ຫວຽດນາມ ຈະສາມາດຈັດຕັ້ງປະຕິບັດບັນດາແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025) ກໍຄືວິໄສທັດຮອດປີ 2030 ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີ ສ້າງຕັ້ງພັກກອມມູນິດຫວຽດນາມ ຊຶ່ງຈະນຳພາປະເທດຫວຽດນາມໃຫ້ກາຍເປັນປະເທດກຳລັງພັດທະນາ ຕາມທິດອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ໃນໂອກາດສະເຫຼີມ ສະຫຼອງ ຄົບຮອບ 100 ປີ ສ້າງຕັ້ງປະເທດຫວຽດນາມ ກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກຢ່າງມີໄຊ.

 

ໃນໂອກາດດຽວກັນ, ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງລາວ ທີ່ຍາດມາໄດ້​ໃນ​ໄລຍະ​ຜ່ານ​ມາ ແລະ ສະແດງຄວາມເຫັນໃຈຕໍ່ສະພາບຄວາມຫຍຸ້ງຍາກຂອງລາວ ແລະ ຫວັງວ່າ ສປປ ລາວ ຈະສາມາດຜ່ານຜ່າທຸກອຸປະສັກຢ່າງສຳເລັດຜົນ. ພ້ອມກັນນີ້ ທັງສອງຝ່າຍ ໄດ້ຕີລາຄາວ່າ: ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຮັບການກໍ່ສ້າງ ໂດຍປະທານ ໂຮ່ ຈິນ ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງຜ່ານບັນດາການນຳ, ນັກຮົບປະຕິບັດຮຸ້ນຕ່າງໆຂອງສອງປະເທດ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ໃນ​ວັນ​ດຽວ​ກັນ ສະຫາຍ ຈັນທະ​ພອນ​  ຄຳ​ມະນີ​ຈັນ ພ້ອມ​ຄະນະ​ຍັງ​ໄດ້​ໄປ​ອວຍພອນຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​​ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ຫງວຽນ ມິ​ງ ຫວູ  ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ​ໂອກາດ​ນີ້​ສະຫາຍຫງວຽນ ມິ​ງ ຫວູ ໄດ້ສະແດງຂອບໃຈ ຢ່າງຈິງໃຈມາຍັງ ສະຫາຍ ຈັນທະ​ພອນ​  ຄຳ​ມະນີ​ຈັນ ແລະ ພະນັກງານສະຖານທູດລາວ ທີ່ໄດ້ເຂົ້າອວຍພອນວັນຊາດ ຫວຽດນາມ ຄົບ 77 ປີ, ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ຫວຽດນາມ ຄົບຮອບ 60 ປີ. ທັງສອງຝ່າຍ ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນໃນການປະສານງານ ແລະ ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບສະ​ໜິດແໜ້ນ, ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ຢູ່ແຕ່ລະປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484562
ມື້ນີ້78
ມື້ວານ188
ອາທິດນີ້1000
ເດືອນນີ້3867