ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ (ACMECS).

 

2022 8 25 ACMECS 7

2022 8 25 ACMECS 22

2022 8 25 ACMECS 26

2022 8 25 ACMECS 16

2022 8 25 ACMECS 12

2022 8 25 ACMECS 11

 

ໃນວັນທີ 25 ສິງຫາ 2022, ທີ່ ໂຮງແຮມ ຄຣາວ ພາຊ້າ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ໂດຍການເປັນປະທານ ຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສແອັກແມັກ ຂອງ ສປປ ລາວ, ໂດຍມີເຈົ້າໜ້າທີ່ອາວຸໂສຈາກ ກໍາປູເຈຍ, ມຽນມາ, ໄທ, ສສ.ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກຄັ້ງນີ້ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດກອງປະຊຸມຄັ້ງກ່ອນ ແລະ ໄດ້ປຶກສາຫາລືການສ້າງຕັ້ງກອງທຶນພັດທະນາແອັກແມັກ, ການສ້າງຕັ້ງກອງເລຂາແອັກແມັກຊົ່ວຄາວ, ການກະກຽມກອງປະຊຸມລະຫວ່າງແອັກແມັກ ແລະ ຄູ່ຮ່ວມພັດທະນາ (ຍີ່ປຸ່ນ, ສ. ເກົາຫຼີ, ສປ.ຈີນ, ອົດສະຕາລີ, ອິນເດຍ ແລະ ອາເມລິກາ), ການທົບທວນຄືນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ກະກຽມແຜນປະຕິບັດງານໃໝ່ ແລະ ການກະກຽມໃຫ້ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 10 ທີ່ ສປປ ລາວຈະເປັນເຈົ້າພາບໃນທ້າຍປີ 2022 ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນການກະກຽມທາງດ້ານເນື້ອໃນເຊັ່ນ: ຮ່າງຖະແຫຼງການວຽງຈັນ, ການກໍານົດມື້ຈັດກອງປະຊຸມ ແລະ ການກະກຽມດ້ານພະລາທິການຕ່າງໆ ເພື່ອຮັບປະກັນໃຫ້ການນໍາຂັ້ນສູງຂອງປະເທດສະມາຊິກແອັກແມັກເຂົ້າຮ່ວມໄດ້ທຸກປະເທດ.

  

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປບົນພື້ນຖານໄມຕີຈິດມີດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າ   ໝາຍທີ່ວາງໄວ້ ແນ່ໃສ່ການກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດແອັກແມັກຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນທ້າຍປີ 2022 ປະສົບຜົນສໍາເລັດອັນຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485772
ມື້ນີ້71
ມື້ວານ206
ອາທິດນີ້808
ເດືອນນີ້5077