ໃນຕອນຄໍ່າຂອງວັນທີ 28 ພຶດສະພາ 2022 ທີ່ ນະຄອນຫລວງປາຣີ, ປະເທດຝຣັ່ງ, ສະຖານເອກອັກຄະລັດຖະທູດລາວ ຮ່ວມກັບ ສໍາພັນຄົນລາວທີ່ປະເທດຝຣັ່ງ ໄດ້ຈັດພິທີສະຫຼອງບຸນປີໃໝ່ລາວປະຈໍາປີ 2022 ຂື້ນຢ່າງເປັນທາງການ. ງານດັ່ງກ່າວໄດ້ມີ ບັນດາທ່ານ ເອກອັກຄະລັດຖະທູດລາວ ທີ່ ປະຈໍາຢູ່ທະວີບ ເອິຣົບ 7 ປະເທດໃຫ້ກຽດເຂົ້າຮ່ວມ, ມີຮອງເຈົ້າເມືອງ ຊິດ-ອໍຣອງຊິດ ມີປະທານ, ບັນດາຮອງປະທານ, ພ້ອມດ້ວຍຄະນະສໍາພັນຄົນລາວແຕ່ລະຂົງເຂດ ແລະ ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ປະເທດ ຝຣັ່ງ ແລະ ປະເທດໃກ້ຄຽງເຂົ້າຮ່ວມ 400 ກວ່າຄົນ. ຢູ່ໃນງານ ໄດ້ພິທີບາສີສູ່ຂວັນ ແລະ ອວຍພອນປີ ໃໝ່ເຊິ່ງກັນ ແລະ ກັນ ໃຫ້ແກ່ບັນດາແຂກທີ່ໄດ້ມາຮ່ວມ. ຫຼັງຈາກນັ້ນ, ທ່ານ ຈູມຄໍາ ຫລວງວັນ, ປະທານສໍາພັນຄົນລາວ ກໍ່ໄດ້ຂື້ນກ່າວຈຸດປະສົງຂອງການຈັດງານບຸນປີໃໝ່ ເພື່ອຮັກສາຮິດຄອງປະເພນີທີ່ເຄີຍປະຕິບັດກັນມາ ແລະ ເພື່ອສ້າງຄວາມສາມັກຄີຮັກແພງກັບບັນດາພີ່ນ້ອງຄົນເຊື້ອຊາດລາວທົ່ວປະເທດ ຝຣັ່ງ ກໍ່ຄືໃນທົ່ວເອິຣົບ. ຫຼັງຈາກນັ້ນ ທ່ານຮອງເຈົ້າເມືອງ ຊິດ-ອໍຣອງຊິດ ກໍ່ໄດ້ຂື້ນກ່າວມີຄໍາເຫັນຕໍ່ງານບຸນປີໃໝ່ ແລະໃນຕອນທ້າຍ ທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະລັດຖະທູດລາວ ປະຈໍາປະເທດຝຣັ່ງ ກໍ່ໄດ້ມີຄໍາເຫັນ ຍ້ອງຍໍຊົມເຊີຍບັນດາຄະນະຈັດຕັ້ງຂອງສໍາພັນຄົນລາວທີ່ປະເທດຝຣັ່ງ ເຊິ່ງ ໄດ້ເອົາໃຈໃສ່ການຈັດງານບຸນດັ່ງກ່າວນີ້້ຂື້ນ ແລະຍ້ອງຍໍຊົມເຊີຍພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະ ເທດ ທີ່ຍາມໃດກໍ່ໃຫ້ຮັກສາໄວ້ຮີດປະເພນີອັນດີງາມຂອງບັນພະບູລຸດລາວເຮົາທີ່ມີມາແຕ່ດົນນານ ແລະໄດ້ຊົມເຊີຍຕໍ່ບັນດາຄົນເຊື້ອຊາດລາວທັງຫມົດ ຕໍ່ຜູ້ທີ່ມີນໍ້າໃຈເສຍສະຫຼະຮັກເຊື້ອແພງຊາດກໍ່ຄຶການປະ ກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍຮູບແບບທັງທາງກົງແລະທາງອ້ອມ.
ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຄໍາອິນ ກໍ່ໄດ້ເນັ້ນເຖິງແນວທາງນະໂຍບາຍຂອງລັດຖະບານຕໍ່ພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ, ໄດ້ແຈ້ງສະພາບການສ້າງສາພັດທະນາ ຢູ່ ສປປ ລາວ ໃນປະຈຸບັນ ເປັນຕົ້ນອັນພົ້ນເດັ່ນແມ່ນການເປີດນຳໃຊ້ ລົດໄຟຄວາມໄວສູງ ລາວ-ຈີນ, ການສ້າງພື້ນຖານໂຄງຫລ່າງເຊ່ືອມຈອດ ເຊັ່ນ ການສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ການກະ ກຽມສ້າງທາງດ່ວນນະຄອນຫຼວງວຽງຈັນ-ຫົວພັນ, ນະຄອນຫລວງວຽງຈັນ-ພາກໃຕ້ຂອງລາວ ແລະ ເສັ້ນ ທາງເຊ່ືອມຈອດໃນຂົງເຂດອື່ນໆ. ທ່ານທູດຍັງໄດ້ເຊີນຊວນໃຫ້ບັນດາພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ໃຫ້ກັບຄືນໄປຢ້ຽມຢາມເບິ່ງການພັດທະນາ ຂອງ ສປປ ລາວ ຢ້ຽມຢາມຍາດຕິພີ່ນ້ອງ ທ່ອງທ່ຽວ ຫຼື ໄປລົງທືນຢູ່ ສປປ ລາວ ເຊິ່ງທາງສະຖານທູດ ພ້ອມທີ່ຈະນວຍຄວາມສະດວກໃຫ້. ໃນຕອນທ້າຍກໍ່ໄດ້ມີການມ່ວນຊື່ນ ແລະ ພົບປະໂອ້ລົມຂອງພີ່ນ້ອງທີ່ມາຮ່ວມງານ ອັນໄດ້ສ້າງບັນຍາກາດອັນດີ ແລະ ເຮັດໃຫ້ຜູ້ສາຮ່ວມງານມີຄວາມເພິ່ງພໍໃຈແລະເບີກບານມ່ວນຊື່ນເປັນຢ່າງດີ.