ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ລາວກາຍ

Emb VN Laokaiy2

Emb VN Laokaiy3

Emb VN Laokaiy

Emb VN Laokaiy1

 

ໃນລະຫວ່າງວັນທີ 26-27 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາວ​ກາຍ. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ຮ່ວງ ກັວກ ແຄ່ງ, ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງຜູ້​ປະຈຳການ  ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້: ການ​ນຳ​​ແຂວງລາວ​ກາຍ ກໍສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມ​ຄະນະ ໄດ້ເດີນທາງມາຢ້ຽມຢາມ, ພົບປະ ແລະ ຮ່ວມ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດ ຄື ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ​ຫວຽດນາມ-​ລາວ ຄົບຮອບ 60 ປີ (05/09/1962-05/09/2022) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຫວຽດນາມ-​ລາວ ຄົບຮອບ 45 ປີ (18/07/1977-18/07/2022). ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ ດ້ວຍຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

 

         

ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໂດຍຫຍໍ້ຈາກ​ສະຫາຍຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງຜູ້​ປະຈຳການ ​​ໃນ​ໄລຍະ​ຜ່ານ​ມາ ​ແຂວງ​ລາວ​ກາຍ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ທີ່​ຕັ້ງ​ພູມ​ສັນຖານ ​ແລະ ​ເປັນ​ແລວ​ທາງ​ເສດຖະກິດ​ຂອງ​ນະຄອນ​ຄຸນ​ໝິງ ສປ ຈີນ, ຮ່າ​ໂນ້ຍ, ຮາ​ຍຟ່ອງ ​ແລະ ​ແຂວງ​ກວາງ​ນິງ ສສ ຫວຽດນາມ ​ເປັນ​ຂົວ​ຕໍ່​ບໍ່​ສະ​ເພາະແຕ່ພາຍ​ໃນ​ຫວຽດນາມ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ບັນດາ​ປະ​ເທດ​ອາ​ຊຽນ ມີ​ຕະຫຼາດ​ຂອງ​ແຂວງ​ຢູນານ ​ແລະ ພາກ​ຕາ​ເວັນ​ຕົກສ່ຽງໃຕ້​ຂອງ​ຈີນ ​ອີກ​ດ້ວຍ.

 

ພ້ອມ​ນັ້ນ, ແຂວງລາວ​ກາຍ ຍາມໃດກໍເອົາໃຈໃສ່, ປົກປັກຮັກສາ, ສົ່ງເສີມ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະ ກັບບັນດາແຂວງຂອງລາວ ເວົ້າສະເພາະ. ແຂວງລາວ​ກາຍ ແລະ ບັນດາ​ແຂວງ​ພາກ​ເໜືອຂອງ​ລາວ​ແມ່ນ​ໄດ້​ມີ​ການ​ແລກປ່ຽນ​ຢ້ຽມຢາມ​ຄະນະ​ຜູ້​ແທນ​ເຊິ່ງກັນແລະ​ກັນ ເປັນຕົ້ນ ​ແຂວງ​ ອຸດົມ​ໄຊ, ບໍ່​ແກ້ວ ​ແລະ ​ຫຼວງ​ພະ​ບາງ ສອງຝ່າຍໄດ້ມີການຢ້ຽມຢາມຫລາຍຄັ້ງ, ມີການປຶກສາ​ຫາລືໃນຂົງເຂດສຶກສາ, ກະສິກຳ, ວັດທະນະທຳ ​ແລະ ການ​ພັດທະນາ​ຊົນນະບົດ. ປັດຈຸບັນ, ​ແຂວງ​ລາວ​ກາຍ ມີນັກສຶກສາລາວ ຈຳນວນ 12 ຄົນ​ທີ່​ກຳລັງ​ຮຽນຢູ່​ມະຫາວິທະຍາ​ໄລ​ສາຂາ​ຖາ​ຍຫງວຽນ ຂອງ​ແຂວງ​ລາວ​ກາຍ.

 

ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງຜູ້​ປະຈຳການ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງລາວ​ກາຍ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ  ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

 

ຈາກນັ້ນ, ຄະນະກໍໄດ້ເຂົ້າຮ່ວມການພົບປະລະຫວ່າງ​ ແຂວງ​ລາວ​ກາຍ, ສະຖານ​ເອກ​ອັກຄະ​ລັດຖະທູ​ດ ​ແລະ ນັກ​ສຶກສາວ​ລາວ​ທີ່​ກຳລັງ​ສຶກສາ​ຢູ່ ສສ ຫວຽດນາມ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ຮ່ວງ ກັວກ ແຄ່ງ, ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງຜູ້​ປະຈຳການ, ສະຫາຍ ຫງວຽນ ວັນ ​ແຢງ, ຮອງ​ປະທານ​ສະຫະພັນ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ນັກສຶກສາລາວທີ່ຮຽນຢູ່ແຂວງລາວກາຍ ພ້ອມດ້ວຍຄະນະຄູ​ອາຈານ ​ແລະ ນັກ​ສຶກສາຫວຽດນາມ ແລະ ນັກສຶກສາລາ​ວທີ່​ກຳລັງ​ຮຽນ​ພາສາ​ຫວຽດນາມ​ຢູ່ T80 ເຊີນເຕີຍ, ຮ່າໂນ້ຍ ຈຳນວນ 50 ຄົນ.

ໃນການພົບປະ ສະຫາຍ ຮ່ວງ ກວກ ​ແຄງ, ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງຜູ້​ປະຈຳການ ໄດ້ສະເໜີໃຫ້ຜູ້ເຂົ້າຊາບກ່ຽວກັບຂໍ້ມູນການຮ່ວມມືດ້ານການເມືອງ, ກະສິກຳ, ການສຶກສາ, ວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນຊາດລະຫວ່າງ ແຂວງລາວ​ກາຍ ແລະ ບັນດາ​ແຂວງ​ພາກເໜືອຂອງ​ລາວ​ແມ່ນ​ໄດ້​ມີ​ການ​ແລກປ່ຽນ​ຢ້ຽມຢາມ​ຄະນະ​ຜູ້​ແທນ​ເຊີ່ງ​ກັນ ​ແລະ​ກັນ ລະຫວ່າງ​ແຂວງ​ອຸດົມ​ໄຊ, ແຂວງບໍ່​ແກ້ວ ​ແລະ ​ແຂວງ​ຫຼວງ​ພະ​ບາງ.

 

ສະຫາຍ ຫງວຽນ ວັນ ແຢງ ຮອງປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽເດນາມ ໄດ້ໃຫ້ຮູ້ວ່າ: ກິດຈະກຳນີ້ ເປັນກິດຈະກຳທຳອິດທີ່ໄດ້ຈັດໃຫ້ນັກສຶກສາລາວໄປທັດສະນະສຶກສາ ຊຶ່ງເປັນຄັ້ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວເວົ້າລວມ ເວົ້າສະເພາະແມ່ນຄົນຮຸ່ນ  ໜຸ່ມຂອງສອງປະເທດໄດ້ມີໂອກາດຊອກຮູ້ການພັດທະນາ

ເສດຖະກິດ, ການເມືອງ, ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນຢູ່ແຂວງລາວກາຍ.

 

ສະຫາຍ ແສງເພັດ  ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຢ້ຳຕື່ມວ່າ ການເລືອກເອົາແຂວງລາວກາຍເປັນບ່ອນພົບປະແລກປ່ຽນສີລະປະວັນນະຄະດີນີ້ຍ້ອນແຂວງລາວກາຍເປັນແຂວງໜຶ່ງ ທີ່ມີທີ່ຕັ້ງຍຸດທະສາດທທີ່ສຳຄັນທັງເປັນໂອກາດໃຫ້ນ້ອງນັກສຶກສາຈາກ ສປປ ລາວ ໄດ້ທັດສະນະສຶກສາ ແລະ ຮຽນຮູ້ກ່ຽວກັບແຂວງລາວກາຍເຊັ່ນ ການພັດທະນາຂອງແຂວງລາວກາຍ, ການພົວພັນກັບສາກົນໂດຍສະເພາະແມ່ນການຮ່ວມມືກັບແຂວງຢູນານ, ສປ ຈີນ. ໃຫ້ເປັນຄວາມຮູ້ເພີ່ມເຕີມໃນການດຳລົງຊີວິດ ຕະຫຼອດໄລຍະສຶກສາຮ່ຳຮຽນຢູ່ ສສ ຫວຽດນາມ. ນອກຈາກນີ້, ແຂວງລາວກາຍຍັງໄດ້ໄປມາຫາສູ່ລະຫວ່າງບັນດາແຂວງພາກເໜືອ ແລະ ພາກກາງຂອງລາວເປັນຕົ້ນແມ່ນແຂວງອຸດດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ບໍລິຄຳໄຊ. ເຖິງວ່າ ແຂວງລາວກາຍເປັນແຂວງໜຶ່ງທີ່ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວກໍຕາມແຕ່ຍ້ອນຄວາມເອົາໃຈໃສ່ການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນພິເສດແຂວງລາວກາຍກໍໄດ້ໃຫ້ການສະໜັບສະໜຸນຊ່ວຍເຫຼືອແກ່ບັນດາແຂວງພາກເໜືອຂອງລາວ. ໂອກາດນີ້, ສະຫາຍ ກໍຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມການພົບປະໃນຄັ້ງນີ້ ກໍາໄດ້ສາຍພົວພັນອັນແໜ້ນແຟ້ນທີ່ມີມາແຕ່ດົນແລ້ວນັ້ນໃຫ້ເລີກເຊິ່ງກວ່າເກົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ພ້ອມກັນສືບທອດປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການຜັນຂະຫຍາຍ ແລະ ຍືນຍົງຄົງຕົວຕະຫຼອດໄປ.

 

ກ່ອນໜ້ານັ້ນ ໃນວັນດຽວກັນ ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ກໍຍັງໄດ້ໄປຢ້ຽມຊົມດ່ານຂົນສົ່ງສິນຄ້າ ແລະ ດ່ານເຂົ້າອອກເມືອງຂອງແຂວງລາວກາຍເປັນຊານແດນລະຫວ່າງແຂວງລາວກາຍ ແລະ ແຂວງຢູນານຂອງ ສປ ຈີນ. ຕອນຄ່ຳຂອງວັນດຽວກັນ ສະຫາຍເອກອັກຄະລັດຖະທູດ ກໍໄດ້ເຂົ້າຊົມການແລກປ່ຽນສີລະປະວັນນະຄະດີ ທີ່ຈັດຂຶ້ນນຢູ່ມະຫາວິທະຍາໄລສາຂາຖາຍຫງວຽນຂອງແຂວງລາວກາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484705
ມື້ນີ້16
ມື້ວານ205
ອາທິດນີ້1143
ເດືອນນີ້4010