ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດ “ໂຄງການປັບປຸງຫ້ອງສະໝຸດ ສະຖາບັນການຕ່າງປະເທດ ສະໜັບສະໜູນໂດຍສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ”

 

IFA 13 5 22 4

IFA 13 5 22 3

IFA 13 5 22 2

IFA 13 5 22 1

 

      ວັນທີ 13 ພຶດສະພາ 2022, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດ “ໂຄງການປັບປຸງຫ້ອງສະໝຸດສະຖາບັນການຕ່າງປະເທດ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ”, ໃນມູນຄ່າ 142,642,000 ກີບ  ໂດຍມີແຂກເຂົ້າຮ່ວມຈາກ ຫ້ອງການກະຊວງ, ກົມອາຊີ-ປາຊີຟິກ ແລະ ອາຟິກກາ, ກົມການຂ່າວ, ຄະນະສະຖາບັນ, ຄະນະພະແນກ ກໍຄື ພະນັກງານສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ທັງໝົດປະມານ 30 ທ່ານ.

 

     ຈຸດປະສົງຂອງການຈັດພິທີເປີດ ໂຄງການປັບປຸງຫ້ອງສະໝຸດສະຖາບັນການຕ່າງປະເທດ ໃນຄັ້ງນີ້ແມ່ນ ເພື່ອເປີດນໍາໃຊ້ຫ້ອງສະໝຸດຄືນໃໝ່ຢ່າງເປັນທາງການພາຍຫຼັງທີ່ໄດ້ປິດມາໄລຍະໜຶ່ງເພື່ອມີການປັບປຸງຈັດລຽງ,ຊັບຊ້ອນຈັດຊື້ປຶ້ມປະເພດຕ່າງໆ ແລະ ອຸປະກອນ ເຂົ້າໃສ່ເປັນທີ່ຮຽບຮ້ອຍເປັນສ່ວນໃຫຍ່ ເຊິ່ງເປົ້າໝາຍຂອງໂຄງການປັບປຸງຫ້ອງສະໝຸດນີ້ ແມ່ນເພື່ອເປັນສູນລວມແຫ່ງການຮຽນຮູ້ໃນການຊອກຫາຂໍ້ມູນຂ່າວສານຕ່າງໆທາງດ້ານພາສາຕ່າງປະເທດ ແລະ ວັດທະນະທໍາທີ່ຍາວນານຂອງ ສປ ຈີນ. ພ້ອມກັນນີ້, ກໍເພື່ອເປັນການ ສະແດງໃຫ້ເຫັນຜົນງານການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ດ້ວຍການສຶກສາຄົ້ນຄວ້າຜ່ານຈາກການອ່ານປຶ້ມຕ່າງໆ ທີ່ປະ ກອບໃນຫ້ອງສະໝຸດແຫ່ງນີ້ ເຊັ່ນ: ປຶ້ມປະຫວັດສາດການພົວພັນການທູດ, ປຶ້ມຜູ້ນໍາຂອງທັງສອງປະເທດ, ປຶ້ມແບບຮຽນພາສາ ແລະ ວັດທະນະທໍາຕ່າງໆຂອງ ສປ ຈີນໃນແຕ່ລະຍຸກສະໄໝ ແລະ ປຶ້ມອື່ນໆລວມທັງພາສາອັງກິດ. 

 

      ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະ​ຖາ​ບັນ​ການ​ຕ່າງປະ​ເທດ ໄດ້​ຂຶ້ນລາຍ​ງານຜົນສໍາເລັດຂອງໂຄງການປັບປຸງຫ້ອງສະໝຸດສະຖາບັນ​ການຕ່າງປະເທດ, ຊຶ່ງ​ໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມເອົາໃຈໃສ່, ມີນໍ້າໃຈມິດໄມຕີຕໍ່ກັນຂອງສອງປະເທດ ທີ່ໄດ້ສ້າງເປັນຜົນງານຈາລຶກ ເພື່ອຕອບສະໜອງໃຫ້ແກ່ນັກຄົ້ນຄວ້າ, ນັກສຶກສາ ຕະຫຼອດເຖິງບັນດາພະນັກງານລັດຖະກອນໃນຂະແໜງການທີ່ກ່ຽວຂ້ອງໄດ້ໝູນໃຊ້ຂໍ້ມູນຈາກຫ້ອງສະໝຸດນີ້ ເຂົ້າໃນວຽກງານຂອງຕົນ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.

------------------------------------------------------

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484564
ມື້ນີ້80
ມື້ວານ188
ອາທິດນີ້1002
ເດືອນນີ້3869