ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ ເຂົ້າຢ້ຽມຂ່ຳນັບ ສົມເດັດ ເຮັງຊຳຣິນ, ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກ ກຳປູເຈຍ

 

10 5 2022 Buakeo 1

10 5 2022 Buakeo 2

 

         ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2022 ເວລາ 09:00 ໂມງ, ທ່ານ ບົວແກ້ວ ພູມວົງໄຊ, ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ.

 

        ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ເຖິງ ສົມເດັດ ເຮັງ ຊໍາຣິນ ແລະ ຄອບຄົວ.

 

        ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ເຊິ່ງແມ່ນສາຍພົວພັນຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ຖານປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງ. ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານວັກແຊັງປ້ອງກັນພະຍາດ ໂຄວິດ-19, ລົດຂົນສົ່ງວັກແຊັງ ຈຳນວນ 13 ຄັນ ແລະ ເງິນຊ່ວຍເຫຼືອອີກຈຳນວນໜຶ່ງ, ຊຶ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

 

      ພ້ອມນີ້, ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຢ້ຽມຢາມຣາຊະອານາຈັກກຳປູເຈຍຢ່າງເປັນທາງການຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນພະຈິກ 2021 ທີ່ຜ່ານມາ  ພ້ອມກັບ ການຢ້ຽມຢາມກຳປູເຈຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສປ ລາວ ໃນວັນທີ 15-17 ກຸມພາ 2022 ຜ່ານມາ. ນອກຈາກນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຣາຊະອານາຈັກ ກຳປູເຈຍ ຕໍ່ການເປັນປະທານອາຊຽນໃນປີ 2022 ນີ້.

 

        ສົມເດັດ ເຮັງ ຊໍາຣິນ, ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ບົວແກ້ວ ພູມວົງໄຊ, ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ກຳປູເຈຍ ເພື່ອປະຕິບັດໜ້າທີ່ອັນຊົງກຽດ ແລະ ສູງສົ່ງ. ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດ ແລະ ສອງສະພາແຫ່ງຊາດ ທີ່ມີຄວາມຈະເລີນກ້າວໜ້າຢ່າງເນື່ອງນິດລຽນຕິດໃນທຸກດ້ານ. ນອກຈາກນີ້, ຍັງໄດ້ສະແດງຄວາມຫວັງວ່າທ່ານເອກອັກຄະລັດຖະທູດຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືນີ້ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເລິກເຊິ່ງເພີ່ມອີກ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ.

 

      ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳເວົ້າອັນຈົບງາມຂອງສົມເດັດ ເຮັງ ຊໍາຣິນ ທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ມູນເຊື້ອມາແຕ່ດົນນານ. ພ້ອມດຽວກັນນັ້ນ, ກໍໄດ້ອວຍພອນໄຊອັນປະເສີດໄປຍັງສົມເດັດ ເຮັງ ຊໍາຣິນ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງສົມເດັດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484558
ມື້ນີ້74
ມື້ວານ188
ອາທິດນີ້996
ເດືອນນີ້3863