ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ຣາຊະອານາຈັກໄທ ຮັບການຍື່ນສານຕາຕັ້ງຂອງ ທູດໂຮນລັງ

 

Ho1

Ho2

 

ໃນເວລາ 10 ໂມງ ຂອງວັນທີ່ 12 ຕຸລາ​ 2021,​ ທ່ານ ແສງ​ ສຸຂະທິວົງ​ ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ​ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ (Remco Johannes van Wijngaarden), ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ຫຼັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນກັນ ໂດຍທ່ານເອກອັກຄະລັດຖະທູດໂຮນລັງ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ. ລາວ ປະຈໍາຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ພ້ອມດຽວກັນກໍໄດ້ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຣາຊະອານາຈັກໂຮນລັງ ແລະ ສປປ. ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ. ທ່ານ ທູດ ໂຮນລັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງເຈົ້າຊີວິດ ແລະ ລັດຖະມົນຕີຕ່າງປະເທດໂຮນລັງຝາກເຖິງພະນະທ່ານ ປະທານປະເທດ ແລະ ລັດຖະມົນຕີຕ່າງປະເທດຂອງ ສປປ. ລາວ.

ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ຕາງໜ້າໃຫ້ທ່ານ ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ໂຮນລັງ ທີ່ມີບາດກ້າວຂະຫຍາຍຕົວ ເປັນຕົ້ນແມ່ນການໃຫ້ທຶນຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນດິນແດນ ສປປ. ລາວ, ການຮ່ວມມືທາງດ້ານການຄ້າ, ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ອື່ນໆ ໂດຍໄດ້ນຳເອົາຜົນປະໂຫຍດມາສູ່ທັງສອງຝ່າຍ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຄົນໃໝ່ຈະສຶບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ນັບກວ້າງຂວາງຂື້ນ. ພ້ອມດຽວກັນນີ້, ກໍໄດ້ນໍາຄວາມຮັກແພງ ແລະ ການຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງພະນະທ່ານປະທານປະເທດ ແລະ ພະນະທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ. ລາວ ໄປຍັງເຈົ້າຊີວິດ ແລະ ພະນະທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈົ່ງມີພາລານາໄມສົມບູນ ແລະ ວັດຖະນາຖາວອນ.                

           ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ ເອກອັກຄະລັດຖະທູດ ໂຮນລັງ ໄດ້ສະແດງຄວາມຍິນດີທີ່ຈະເສີມຂະຫຍາຍສາຍພົວພັນ ລາວ-ໂຮນລັງ, ຊຶ່ງຕົນກໍເຄີຍໄດ້ໄປຢ້ຽມຢາມ ສປປ. ລາວ ມາກ່ອນ ແລະ ຫຼັງຈາກນີ້ ຕົນກໍຈະພະຍາຍາມຫາໂອກາດເຂົ້າໄປຢ້ຽມຂໍ່ານັບຄະນະນຳຂອງ ສປປ. ລາວ ແລະ ໄປຢ້ຽມຊົມສະຖານທີ່ສໍາຄັນຕ່າງໆຂອງລາວໃນອານະຄົດ ຖ້າຫາກສະຖານະການໂຄວິດ-19 ໄດ້ຜ່ອນຄາຍລົງ.

            ທ່ານເອກອັກຄະລັດຖະທູດ ສປປ. ລາວ ໄດ້ຢືນຢັນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາຜົນປະໂຫຍດມາສູ່ສອງປະເທດລາວ ແລະ ໂຮນລັງ ແລະ ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ໂຮນລັງ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີຄວາມຜາສຸກ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ີອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈຳ ສປປ. ລາວ.

າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໂຮນລັງໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 17 ພະຈິກ 1975.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484298
ມື້ນີ້2
ມື້ວານ273
ອາທິດນີ້736
ເດືອນນີ້3603