ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຄົນໃໝ່

 

20211012 Lao Amb To VN - 1

20211012 Lao Amb To VN - 2

 

ໃນວັນທີ 12ຕຸລາ 2021 ທີ່ສຳນັກງານໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ​​ໂ​​ດ ຕຽນ ສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ໃນການຕ້ອນຮັບ, ສະຫາຍ ໂ​​ດ ຕຽນ ສີ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດກໍຄື ລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດລາວປະຈຳສສ ຫວຽດນາມ. ສະຫາຍຕີລາຄາສູງຕໍ່ການມາດຳລົງຕຳແໜ່ເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາຂອງວິທະຍຸກະຈາຍສຽງຫວຽດນາມນັບແຕ່ສະໄໝຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າແລະແບບໃໝ່ຈົນມາເຖິງປັດຈຸບັນ, ວິທະຍຸຫວຽດນາມມີອາຍຸຄົບຮອບ76ປີພໍດີສະຫາຍໄດ້ຍົກໃຫ້ເຫັນບາດກ້າວການຂະຫຍາຍຕົວຂອງວິທະຍຸຫວຽດນາມນັບແຕ່ສະ ໄໝທີ່ນໍາໃຊ້ ລະບົບອັນນາລອກ(Analog) ຈົນມາ​​ຮອດລະບົບດີຈີຕອນ (Digital)ແລະມີຫຼາກຫຼາຍສື່ ເຊັ່ນ​: ​ສື່ສິ່ງພິມ, ສື່ກະຈາຍສຽງ, ໂທລະພາບແລະ ສື່ອອນລາຍອື່ນໆ ໃຫ້ສະ ຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ໄດ້ຮັບຊາບ ໂດຍສະເພາະແມ່ນຜົນສຳເລັດໂຄງການຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.

ສະຫາຍ ​​ຕຽນ ສີ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມພ້ອມຄະນະທີ່ໄດ້ມາອວຍພອນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍ ເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ, ສອງວິທະຍຸກະຈາຍສຽງແລປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດນີ້,ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວອວຍພອນ ແລະສະ​ແດງ​ຄວມຊົມ​ເຊີຍຢ່າງຈິງໃຈຕໍ່ ສະຫາຍ ໂ​​ດ ຕຽນ ສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ​​ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຄົນໃໝ່ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມຮູ້,ຄວາມສາມາດ, ບົດບາດໃນການຊີ້ນໍາ-​ນໍາພາ, ການປະກອບສ່ວນຢ່າງຫ້າວຫັນແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.

ພ້ອມດຽວກັນນັ້ນ, ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດອັນຈົບງາມຂອງ ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຊົມເຊີຍຜົນສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນແຕ່ລະຂັ້ນ ສະໄໝ 2021-2026 ໃນທ້າຍເດືອນ 5 ທີ່ຜ່ານມາ, ພິເສດຊົມເຊີຍຜົນສຳເລັດຢ່າງຈົບງາມ ໃນການຈັດກອງປະຊຸມຄັ້ງ​ປະຖົມ​ມະລຶກ​ ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15 ໃນທ່າມກາງມີການລະບາດຂອງເຊື້ອພະຍາດໂຄວິດ-19.

ນອກຈາກນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍຍັງຕີລາຄາສູງ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸກະຈາຍສຽງຫວຽດນາມ ຕະຫຼອດໄລຍະ 76 ປີທີ່ຜ່ານມາ​​ເປັນກະບອກສຽງອັນສໍາຄັນຂອງພັກກອມມູນິດຫວຽດນາມແລະ ນຳເອົາແນວທາງນະໂຍບາຍຂອງພັກໄປສືບຕໍ່ເຜີຍແຜ່ ໂຄສະນາ​ ​ແລະເຮັດບົດບາດໜ້າທີ່ຂອງຕົນໃນການຕ້ານພວກຈັກກະພັດລ່າເມືອງຂຶ້​​ຈົນເຕົ້າໂຮມປະເທດຊາດໄດ້ສຳເລັດ, ສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງວິທະຍຸກະຈາຍສຽງ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງວິທະຍຸນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງວິທະຍຸກະຈາຍສຽງຫວຽດນາມໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຕົ້ນ​​ການຈັດຝຶກອົບຮົມໃຫ້ພະນັກງານ, ການສ້າງຫ້ອງອັດສຽງ, ຫ້ອງສົ່ງ, ພ້ອມທັງສ້ອມແປງ ແລະ ຕິດຕັ້ງເຄື່ອງອຸປະກອນທີ່ທັນສະໄໝຄົບຊຸດໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງຂອງບັນດາແຂວງທ້ອງຖິ່ນຂອງລາວຕະຫຼອດມາ.

ໃນ​ໂອກາດ​ນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ໃນຕອນ​ທ້າຍ, ​ສະຫາຍ ຫວູ ຮາ​ຍ ກວາງ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຍົກ​ໃຫ້​ເຫັນໂດຍຫຍໍ້​ບັນດາ​ໂຄງການ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອແກ່ ສປປ ​ລາວ​ເປັນຕົ້ນ ໃນປີ 2007, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້ສະໜອງ, ຕິດຕັ້ງລະບົບເຄື່ອງສົ່ງ FM 5KW, ເສົາສັນຍານ, ຟີເດີ ແລະ ອຸປະກອນຄົບຊຸດພ້ອມທັງບໍາລຸງສ້າງພະນັກງານໃຫ້ແກ່ ວິທະຍຸກະຈາຍສຽງແຂວງຫຼວງນໍ້າທາ; ປີ 2007-2011, ລົງທຶນກໍ່ສ້າງສະຖານີວິທະຍຸກະຈາຍ ສຽງ - ໂທລະພາບ ແຂວງຫຼວງພະບາງ; ປີ 2015-2018: ລົງທຶນກໍ່ສ້າງສະຖານີວິທະຍຸ - ໂທລະພາບ ແຂວງສະຫວັນນະເຂດ; ປີ 2019-2020, ລົງທຶນກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ, ປີ 2020-2021, ສ້ອມແປງ ແລະ ປ່ຽນຖ່າຍດ້ານອຸປະກອນເຕັກນິກໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ລວມມີເຕັກນິກໃນການຜະລິດລາຍການ, ເຄື່ອງສົ່ງກະຈາຍສຽງ FM 20KW ແລະ ບັນດາອຸປະກອນຮັບໃຊ້ຢ່າງຄົບຊຸດ​.

--------------//-------------

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623