ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມ ໃນຖະແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປານາມາ

 

PANAMA

PANAMA1

 

ເພື່ອເປັນການສືບຕໍ່ຂະຫຍາຍສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດໃນໂລກ ພ້ອມທັງ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ (Republic of Panama), ໃນຕອນບ່າຍຂອງວັນທີ 9 ກັນຍາ 2021 ຢູ່ທີ່ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປານາມາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ.

ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ​ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປານາມາ ແມ່ນ ທ່ານ ນາງ ມຼາໂກວາ ຄອນເຊບຊີອົ່ງ ຮາຣາມີໂຢ (H.E. Markova CONCEPCIÓN JARAMILLO), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປານາມາ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ. ການປຶກສາຫາລື ແລະ ຕົກລົງກັນ ລະຫວ່າງສອງລັດຖະບານ ກ່ຽວກັບການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ແມ່ນໄດ້ມີຂຶ້ນໃນປີ 2019 ຜ່ານມາ ແຕ່ຍັງບໍ່ສາມາດຈັດຕັ້ງພິທີລົງນາມຢ່າງເປັນທາງການກ່ອນ  ຫນ້ານີ້ໄດ້ ອັນເນື່ອງຈາກສະພາບຄວາມກຽມພ້ອມຂອງທັງສອງຝ່າຍ. ການສ້າງຕັ້ງສາຍພົວພັນການທູດກັບ ສ.ປານາມາ ຄັ້ງນີ້ເປັນການປະກອບ ສ່ວນທີ່ສໍາຄັນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ກັບບັນດາປະເທດໃນໂລກ.

            ສາທາລະນະລັດ ປານາມາ ຕັ້ງຢູ່ໃນພາກພື້ນ ອາເມລິກາລາຕິນ (ອາເມລິກາກາງ), ມີນະຄອນຫລວງຊື່: Panama City, ນໍາໃຊ້ສະກຸນເງິນ: Balboa (PAB), ມີປະຊາກອນ 4,376,149 ຄົນ (2021), ພາສາທາງການແມ່ນ ແອັດສະປາຍໂຍນ, ວັນຊາດ ແມ່ນວັນທີ 3 ພະຈິກ ແລະ ປານາມາ ໄດ້ຖືເອົາວັນທີ 28 ພະຈິກ ເປັນວັນພັກລັດຖະການ ເນື່ອງຈາກເປັນວັນທີ່ໄດ້ຮັບເອກະລາດຈາກ ແອດສະປາຍ ໃນປີ 1821. ສາທາລະນະລັດ ປານາມາ ເຂົ້າເປັນ ສະມາຊິກອົງການ ສປຊ ໃນວັນທີ 13 ພະຈິກ 1945, ມີທີ່ຕັ້ງເປັນຍຸດທະສາດຂອງການຂົນສົ່ງສິນຄ້າທາງທະເລ ໂດຍມີຄອງເດີນເຮືອ (Panama Canal) ທີ່ເຊື່ອມຈອດ ລະຫວ່າງ 2 ມະຫາສະມຸດ ອັດລັງຕິກ ແລະ ປາຊີຟິກ. ສ. ປານາມາ ເປັນປະເທດກຳລັງພັດທະນາ ຊຶ່ງພື້ນຖານເສດຖະກິດ ແມ່ນອີງໃສ່ດ້ານອຸດສາຫະກຳໜັກ ແລະ ອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ, ທາດໂລຫະເຫຼັກ ແລະ ຄຳ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ອາຫານ ແລະ ຜະລິດກະສິກຳ ເພື່ອສົ່ງອອກ ເຊັ່ນ: ຫມາກກ້ວຍ,  ກາເຟ,ໂກໂກ້, ຫມາກພ້າວ,  ສາລີ, ມັນຝຣັ່ງ, ເຂົ້າ ແລະ ອ້ອຍ ແລະ ສັດລ້ຽງ. ນອກນັ້ນ ຍັງເປັນປະເທດ ທີ່ມີຊື່ສຽງທາງດ້ານການທ່ອງທ່ຽວ, ການບໍລິການທາງດ້ານການເງິນ ແລະ ອະສັງຫາລິມະສັບ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485817
ມື້ນີ້116
ມື້ວານ206
ອາທິດນີ້853
ເດືອນນີ້5122