ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍໃຫ້ແກ່ ຫົວໜ້າ ແລະ ຮອງຫົວໜ້າອົງການ KOICA ປະຈຳ ສປປ ລາວ.

 

 

KOICA

KOICA1

 

         ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ, ທ່ານ ທ່ຽງ ບຸບຜາ, ເອກອັກຄະລັດຖະທູດ ລາວ ປະຈໍາ ສ.ເກົາຫຼີ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ໃຫ້ກຽດປະດັບຫຼຽນກາມິດຕະພາບ ແກ່ທ່ານ ຊັງຊູ ໂອ ​(Sungsoo Oh), ຫົວໜ້າອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ມອບໃບຍ້ອງຍໍລັດຖະບານໃຫ້ແກ່ທ່ານ ນາງ ວອນຢຸງ ຢໍ (Wongyoung Yeo), ຮອງຫົວໜ້າອົງການຮ່ວມມື ສາກົນ ສ.ເກົາຫຼີ ຫຼື Korea International Cooperation Agency (KOICA) ປະຈໍາ ສປປ ລາວ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ໄລຍະແຕ່ປີ 2017-2020 ແລະ ໄດ້ຮັບຜົນສຳເລັດໃນການປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ.ເກົາຫຼີ.

          ໂອກາດນີ້, ທ່ານເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງສອງທ່ານ, ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ ຢູ່ ສປປ ລາວ 3 ປີ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄື ການຍົກສູງ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ສປປ ລາວ-ສ.ເກົາຫຼີ, ໂດຍສະເພາະໃນດ້ານການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ອື່ນໆ. ໃນຂະນະທີ່, ທ່ານ ຊັງຊູ ໂອ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ  ທີ່ໄດ້ເອົາໃຈໃສ່ຍົກສູງບົດບາດຂອງອົງ ການ KOICA ໃນໄລຍະຜ່ານມາ ໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບທາງການລາວໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ແລະ ຢືນຢັນວ່າ ສ.ເກົາຫຼີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືແກ່ ສປປ ລາວ ເພື່ອບັນລຸໝາກຜົນດ້ານຕ່າງໆ ໃນອະນາຄົດຕໍ່ໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480296
ມື້ນີ້126
ມື້ວານ157
ອາທິດນີ້694
ເດືອນນີ້6527