ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຕໍ່ກະສັດ ແຫ່ງ ຣາຊະອານາຈັກບາເຣນ.

 

2482021kuwait

 

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2021 ແລ້ວນີ້, ຢູ່ ສໍານັກພະລາຊະວັງ ທີ່ ນະຄອນຫລວງ ມານາມາ, ປະເທດບາເຣນ ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາມັດ ບິນ ອິຊາ ອາສ-ຄາລິຟາ (His Majesty King Hamad Bin Isa Al-Khalifa) ກະສັດ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.

ໃນໂອກາດອັນສໍາຄັນນີ້, ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ສີສອນໄຊ ເຫງົ້າວົງສີ ທີ່ໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ປະຈໍາ ບາເຣນ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ແລະ ເຊື່ອໝັ້ນວ່າ ທ່ານຈະສືບຕໍ່ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຂໍອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດ ບາເຣນ. ສຸດທ້າຍ ສົມເດັດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ໃນໂອກາດນີ້, ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮັບເອົາການແຕ່ງຕັ້ງມາເປັນເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ແລະ ຢືນຢັນວ່າ ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືການພົວພັນທີ່ດີລະຫວ່າງ ສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນຕັ້ງແຕ່ວັນທີ 15 ທັນວາ 2002 ເປັນຕົ້ນມາ. ໂອກາດຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງ ສປປ ລາວ ຈະປະຕິບັດໜ້າທີ່ການທູດໃຫ້ດີທີ່ສຸດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຂໍໃຫ້ປະຊາຊົນບາເຣນ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484476
ມື້ນີ້180
ມື້ວານ273
ອາທິດນີ້914
ເດືອນນີ້3781