ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ເຄືອຈັກກະພົບ ໂດມີນິກ

 

LaoDominicTied

 

ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການທູດ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບໂດມີນິກ (Commonwealth of Dominica),ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2021 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບ ໂດມີນິກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ,​ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ເຄືອຈັກກະພົບ ໂດມີນິກ ແມ່ນ ທ່ານ ນາງ ລໍຣີນ ບານເນສ-ໂຣເບີດສ໌(H.E. Mrs. Loreen Bannis-Roberts), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ໂດມີນິກ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວຂອງບັນດານັກການທູດຂອງທັງສອງຝ່າຍ.

ປະເທດ ໂດມີນິກ ເປັນປະເທດເກາະດອນນ້ອຍ ຕັ້ງຢູ່ໃນເຂດທະເລ ຄາຣິບຽນ, ໄດ້ຮັບເອກະລາດຈາກ ຣາຊາອານາຈັກ ອັງກິດ ໃນວັນທີ 03 ພະຈິກ 1978, ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 18 ທັນວາ 1978, ທັງເປັນສະມາຊິກກຸ່ມ ປະຊາຄົມ ຄາຣິບຽນ (CARICOM), ກຸ່ມປະເທດທີ່ໃຊ້ພາສາຝຣັ່ງ (Francophonie), ຂະບວນການບໍ່ຮ່ວມກຸ່ມ (NAM) ແລະ ມີສາຍພົວພັນການທູດກັບຫລາຍກວ່າ 50 ປະເທດ. ປະເທດ ໂດມີນິກ ມີນະຄອນຫລວງ ຊື່: Roseau; ມີເນື້ອທີ່ທັງຫມົດ: 751 ຕາຕະລາງ ກິໂລແມັດ; ພາສາທາງການທີ່ນໍາໃຊ້ແມ່ນ ພາສາອັງກິດ, ພາສາຝຣັ່ງ ແລະ ພາສາທ້ອງຖິ່ນ (Patois/Kweyol). ໂດມີນິກ ເປັນປະເທດເກາະດອນນ້ອຍ ທີ່ສວຍງາມ ແລະ ມີຄວາມອຸດົມຮັ່ງມີທາງດ້ານຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນຊັບພະຍາກອນ ປ່າໄມ້, ຊີວະນາໆພັນ ແລະ ບໍ່ນໍ້າຮ້ອນທໍາມະຊາດທີ່ເກີດຈາກການລະເບີດຂອງພູເຂົາໄຟ, ມີການສົ່ງເສີມການທ່ອງທ່ຽວທາງທໍາມະຊາດ ແລະ ການຜະລິດກະສິກໍາ ເປັນທ່າແຮງທາງດ້ານເສດຖະກິດ. ໃນປີ 2021 ປະເທດ ໂດມິນິກ ມີປະຊາກອນປະມານ 72 ພັນກວ່າຄົນ, ປະທານາທິບໍດີ ເປັນປະມຸກລັດ, ມີນາຍົກລັດຖະມົນຕີ ເປັນຫົວຫນ້າລັດຖະບານ ແລະ ມີການເລືອກຕັ້ງໃນທຸກໆ 05 ປີ.

ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບ 146 ປະເທດ ໃນທົ່ວໂລກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484541
ມື້ນີ້57
ມື້ວານ188
ອາທິດນີ້979
ເດືອນນີ້3846