ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຄົບຮອບ 64 ປີ

 

20210420BIDV1

 

20210420BIDV2

 

ວັນທີ 20 ​ເມສາ 2021, ທີ່ ທະນາຄານ​ຮຸ້ນ​ສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV), ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ ໄດ້​ເຂົ້າຮ່ວມ​ພິທີ​ສະ​​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ທະນາຄານຮຸ້ນ​ສ່ວນ​ລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຄົບຮອບ 64 ປີ.

 

ໂອກາດນີ້, ສະຫາຍ ຟານ ດຶກຕູ່, ປະທານສະພາບໍລິຫານ ແລະ ສະຫາຍ ເລ ຫງອກ ເລິມ, ຜູ້ອໍານວຍການໃຫຍ່ຂອງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ​ ​ການດຳເນີນທຸລະກິດຂອງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ​ໃນໄລຍະ 64 ປີ ຜ່ານມາ ລວມທັງການໄປລົງທຶນ ຢູ່ ສປປ ລາວ.

 

ຈາກນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ​ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດທີ່ດີເດັ່ນຂອງທະນາຄານ (BIDV) ​ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາລະດິດປ່ຽນແປງໃໝ່, ​ເຊື່ອມໂຍງກັບສາກົນແລະ ການພັດທະນາປະເທດຫວຽດນາມ ສາມາດຍາດໄດ້ຜົນສຳເລັດດີເດັ່ນ, ກ້າວຶ້ເປັນທະນາຄານຮຸ້ນສ່ວນໃຫຍ່ທີ່ສຸດຂອງຫວຽດນາມ​. ພິເສດທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ເປັນ​ທະ​ນາ​ຄານ​​ຫວຽດ​ນາມທຳ​ອິດ​ທີ່​ເຂົ້າ​ໄປດຳ​ເນີນ​ທຸ​ລະ​ກິດ ຢູ່ ສປປ ລາວເປັນເວລາ 20 ກວ່າປີແລ້ວ ຕາມທິດຊີ້ນໍາຂອງກົມການເມືອງ ກໍຄືລັດຖະບານຫວຽດນາມ ດ້ວຍຮູບການສ້າງຕັ້ງ ທະ​ນາ​ຄານຮ່ວມມື ລາວ​-ຫວຽດ (Lao-VietBank), ບໍ​ລິ​ສັດ ປະ​ກັນ​ໄພ ລາວ-ຫວຽດ (LVI) ແລະ ຫ້ອງ​ການ​ຕົວ​ແທນ​ຂອງທະ​ນາ​ຄານ BIDV ຢູ່ ​ສປປ ລາວ.

 

ໃນໂອກາດດັ່ງກ່າວ,​ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າພັກ, ລັດແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ​ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງໝົດຈິດໝົດໃຈ ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດໃນປັດຈຸບັນ. ພິເສດໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະພາບໍລິຫານ, ຄະນະນຳທະນາຄານ BIDV ທີ່ໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ວາງທິດທາງຂະຫຍາຍການດຳເນີນທຸລະກິດຂອງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຊຶ່ງສາມາດຍາດໄດ້ຜົນສຳເລັດຢ່າງຫລວງຫລາຍຕະຫລອດໄລຍະຜ່ານມາ, ໂດຍສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ການລຶບລ້າງຄວາມທຸກຍາກ ຢູ່ ສປປ ລາວ. ພ້ອມກັນນັ້ນ, ເນື່ອງໃນໂອກາດຄົບຮອບ 64 ປີ ແຫ່ງການສ້າງຕັ້ງທະນາຄານ BIDV ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ອວຍພອນໃຫ້ ສະພາບໍລິຫານ, ຄະນະນໍາ ພ້ອມດ້ວຍພະນັກງານທັງໝົດຂອງທະນາຄານ BIDV ສົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການດໍາເນີນທຸລະກິດຂອງຕົນ.

 

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ, ໝັ້ນຄົງຄະນົງແກ່ນຊົ່ວກາລະນານ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101