ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ຊຸດທີ V ຂອງກະຊວງການຕ່າງປະເທດ ແລະ ຄຕພ

 

202148-pit-45-van2

ໃນວັນທີ 08 ເມສາ2021ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນຊຸດທີ V.ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ,ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານຕິ່ງ ສຸກສັນ, ຄະນະປະຈຳພັກກະ ຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດແລະ​ທ່ານ ປອ ນ. ໄກສອນ ຈັນສີນາ, ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ - ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ພ້ອມທັງບັນດາຫົວໜ້າກົມ, ຄະນະກົມ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດປະ ມານ 90 ທ່ານ. ຊຸດຝຶກອົບຮົມດັ່ງກ່າວນີ້ແມ່ນໄດ້ດໍາເນີນມາແຕ່ວັນທີ 08ກຸມພາ 2021ເປັນຕົ້ນມາ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ50ທ່ານ, ຍິງ 18 ທ່ານ, ທີ່ມາຈາກກະຊວງການຕ່າງປະເທດ 44 ທ່ານ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ 06 ທ່ານ.

ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂື້ນກ່າວສະຫຼຸບລາຍງານຜົນການຝຶກອົບຮົມຕະຫຼອດໄລຍະ 45ວັນຜ່ານມາ, ຊຶ່ງໄດ້ຕີລາຄາຢ່າງຮອບດ້ານ ກ່ຽວກັບການຮຽນ-ການສອນທີ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ເຊິ່ງລວມມີ 5ພາກວິຊາຄື:1)ພາກວິຊາປັດຊະຍາ, 2)ພາກວິຊາເສດຖະສາດການເມືອງ, 3) ພາກວິຊາລັດທິສັງຄົມນິຍົມວິທະຍາສາດ, 4) ພາກວິຊາບໍລິຫານສາດແລະ 5)ພາກວິຊາກໍ່ສ້າງພັກ ແລະ ປະຫວັດສາດພັກ.ແຕ່ລະພາກວິຊາຮຽນຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນນັກວິທະຍາກອນ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມາຂຶ້ນຫ້ອງບັນຍາຍ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພື້ນຖານຂອງລັດທິມາກ-ເລນິນ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານໃນຕໍ່ໜ້າ. ນອກ ຈາກຄົ້ນຄວ້າຮ່ຳຮຽນທິດສະດີ ແລະ ພຶດຕິກໍາຕົວຈິງແລ້ວ, ຜູ້ເຂົ້າຮ່ວມຝຶກອົບຮົມກໍ່ໄດ້ເຄື່ອນໄຫວກິດຈະກໍານອກຫຼັກສູດເຊັ່ນ: ຢ້ຽມຢາມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອໃຫ້ກຳໄດ້ ກ່ຽວກັບປະຫວັດສາດ, ໂດຍສະເພາະແມ່ນການເຄື່ອນໄຫວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ວິລະກຳຂອງ ປະທານ ໄກສອນ ພົມວິຫານ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ຍັງໄດ້ຢ້ຽມຢາມສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຮັບຟັງກ່ຽວກັບປະຫວັດຄວາມເປັນມາ, ພາລະບົດບາດ ແລະ ໂຄງການຫຼັກສູດຕ່າງໆທີ່ດຳເນີນຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໃນຕອນທ້າຍຂອງພິທີ, ທ່ານຕິ່ງ ສຸກສັນ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຝຶກອົບຮົມ ຈົ່ງເອົາໃຈໃສ່ ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງຕົນ ເພື່ອເຮັດໃຫ້ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ມີຜົນສຳເລັດຢ່າງສູງ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໃນຖານະເປັນພະນັກງານຫຼັກແຫຼ່ງຜູ້ສືບທອດ ຕ້ອງພະຍາຍາມ ແລະ ເອົາໃຈໃສ່ຄົ້ນຄວ້າບັນດາເນື້ອໃນເອກະສານການເມືອງ, ເຊື່ອມຊືມເນື້ອແທ້ທິດສະດີມາກ - ເລນິນ, ກຳແໜ້ນແນວ ທາງນະໂຍບາຍ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວທີ່ວາງອອກໃຫ້ເລິກເຊິ່ງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485743
ມື້ນີ້42
ມື້ວານ206
ອາທິດນີ້779
ເດືອນນີ້5048