ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາກ່ຽວການວາງແຜນງານສຸກເສີນທາງກົງສຸນ ເພື່ອຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ໂດຍສະເພາະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

 

20210323-24-DoC-1

20210323-24-DoC-3

 

ໃນວັນທີ 23-24 ກຸມພາ 2021 ທີ່ ໂຮງແຮມ ແລນມາກ, ນະຄອນຫລວງວຽງຈັນ ທ່ານ ສີພັນດອນ ອ້ອຍບົວບຸດດີ, ຫົວຫນ້າກົມກົງສຸນ, ກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນາງ Shareen TULADHAR, ຫົວຫນ້າຫ້ອງການອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ທ່ານ ນາງ Julia Benson, ຮອງຫົວຫນ້າພະແນກກົງສຸນ, ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ການວາງແຜນງານສຸກເສີນທາງກົງສຸນ ເພື່ອຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ໂດຍສະເພາະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໂດຍມີນັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງຂອງອົງການ IOM; ກົມກົງສຸນ ແລະ ກົມສົນທິສັນຍາ ແລະ ກົດຫມາຍ, ກະຊວງການຕ່າງປະເທດ; ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ກະຊວງປ້ອງກັນຄວາມສະຫງົບ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຂະແໜງການອ້ອມ​ຂ້າງ​ສູນ​ກາງ ລວມທັງໝົດ 70 ທ່ານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ   ກ່ຽວກັບການປົກປ້ອງ, ຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ແລະ ຈັດສົ່ງກັບຄືນປະເທດຂອງຕົນໃຫ້ປອດໄພ ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສໍາມະນາຄັ້ງຜ່ານມາ ກ່ຽວກັບການວາງແຜນສຸກເສີນທາງກົງສຸນທີ່ໄດ້ຈັດຂຶ້້ນ ໃນລະຫວ່າງວັນທີ 25-26 ມິຖຸນາ 2019 ທີ່ ນະຄອນຫລວງໂຕກຽວ, ປະເທດ ຍີ່ປຸ່ນ ແລະ ກອງປະຊຸມອື່ນໆທີ່ກ່ຽວກັບວຽກງານກົງສຸນ ເພື່ອຕ້ານການຄ້າມະນຸດ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະຫນັບສະຫນູນໂດຍອົງການ IOM ປະຈໍາ ສປປ ລາວ.

ໃນພິທີເປີດ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມສໍາມະນາຄັ້ງນີ້ ຊຶ່ງຈຸດປະສົງຫລັກແມ່ນເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນພາລະບົດບາດ, ສິດ ແລະ ຫນ້າທີ່ ຂອງເຈົ້າໜ້າທີ່ກົງສຸນ ຢູ່ສະຖານທູດ, ສະຖານກົງສຸນໃຫຍ່ ແລະ ຫ້ອງການກົງສຸນ ຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃນການປົກປ້ອງ ແລະ ຊ່ວຍເຫຼືອພົນລະເມືອງລາວຜູ້ຖືກເຄາະຮ້າຍ ຫຼື ຜູ້ຕ້ອງສົງໃສວ່າ ເປັນຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດຈາກການຄ້າມະນຸດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 66 ຂອງກົດຫມາຍ ວ່າດ້ວຍການຕ້ານການຄ້າມະນຸດ ສະບັບເລກທີ 73/ສພຊ, ລົງວັນທີ 17 ທັນວາ 2015; ມາດຕາ 11 ຂອງກົດຫມາຍວ່າດ້ວຍສໍານັກງານຜູ້ຕາງຫນ້າການທູດ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສະບັບເລກທີ 58/ສພຊ, ລົງວັນທີ 11 ທັນວາ 2018; ແລະ ມາດຕາ 5ຂອງສົນທິສັນຍາກຸງວຽນ ວ່າດ້ວຍ ການພົວພັນກົງສຸນ 1963. ພ້ອມດຽວກັນນີ້, ກໍ່ເພື່ອເສີມສ້າງການພົວພັນຮ່ວມມືລະຫວ່າງ ກົມກົງສຸນ, ກະຊວງການຕ່າງປະເທດ ກັບ ອົງການ IOM ປະຈໍາ ສປປ ລາວ ໃນຂົງເຂດວຽກງານກົງສຸນໃຫ້ຫຼາຍຂຶ້ນກວ່າເກົ່າ.

ໃນກອງປະຊຸມສຳມະນາຄັ້ງນີ້, ນອກຈາກຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບວຽກງານກົງສຸນ, ສົນທິສັນຍາພາກພື້ນ ແລະ ສາກົນ, ກົດໝາຍຕ້ານການຄ້າມະນຸດ ແລະ ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ, ການພັດທະນາສີມືແຮງງານ ແລະ ຈັດຫາງານ ແລ້ວ, ຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການສ້າງແຜນງານສຸກເສີນທາງກົງສຸນ ເພື່ອຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ກໍລະນີເກີດມີເຫດສຸກເສີນທີ່ອາດເກີດຂຶ້ນຈາກໄພພິບັດທາງທໍາມະຊາດ, ຄວາມວຸ້ນວາຍທາງການເມືອງ, ໂລກລະບາດ ແລະ ອື່ນໆ.

ວຽກງານການວາງແຜນຊ່ວຍເຫລືອທາງກົງສຸນ ເປັນວຽກງານຫນຶ່ງທີ່ສໍາຄັນ ແລະ ທ້າທາຍ ຊຶ່ງເຈົ້້າຫນ້າທີ່ກົງສຸນທີ່ປະຈໍາການຢູ່ຕ່າງປະເທດ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ສຶກສາຮຽນຮູ້, ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ມີປະສິດທິພາບ. ຢາກເຮັດໄດ້ດີຄືແນວນັ້ນ, ກ່ອນອື່ນໝົດ ຕ້ອງຕິດຕາມ, ເຝົ້າລະວັງ ແລະ ເກັບກໍາສະພາບການທີ່ເກີດຂຶ້ນ ຢ່າງໃກ້ຊິດ ແລະ ລາຍງານເຫດການດັ່ງກ່າວ ໃຫ້ກະຊວງການຕ່າງປະເທດຂອງຕົນຮັບຊາບ ຢ່າງທັນການ ເປັນແຕ່ລະໄລຍະໆ.   ພ້ອມດຽວກັນນີ້, ກໍຕ້ອງໄດ້ເຮັດໜ້າທີ່ປະສານງານກັບເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງຂອງປະເທດທີ່ຕົນເອງປະຈຳການຢູ່ ຢ່າງຮອບຄອບ ເພື່ອຊ່ວຍເຫຼືອພົນລະເມືອງລາວ ໃຫ້ຫລຸດພົ້ນອອກຈາກເຫດການດັ່ງກ່າວໂດຍໄວ ແລະ ປອດໄພ. ນອກຈາກນີ້, ກໍຕ້ອງໄດ້ມີການພົວພັນກັບອົງການ IOM ປະຈໍາຢູ່ປະເທດດັ່ງກ່າວ ໃນການຊ່ວຍເຫຼືອ ແລະ ຈັດສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເຂົ້່າພັກຢູ່ສູນພັກຊົ່ວຄາວ ຫຼື ຈັດສົ່ງກັບຄືນປະເທດໃຫ້ປອດໄພ. 

--------------------------------------------------------------------------------

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483876
ມື້ນີ້183
ມື້ວານ215
ອາທິດນີ້314
ເດືອນນີ້3181