ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ປພຍ ທີ່ ກະຊວງ ປກສ ແລະ ສູນກາງສະຫະພັນກໍາມະບານລາວ

 

ໃນວັນທີ 18 ແລະ 19 ພະຈິກ 2020ຜ່ານ​ມາ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ນຳໂດຍ ທ່ານ ກັນຍາ ຄຳມຸງຄຸນ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ລົງ​ເຄື່ອນ​ໄຫວຈັດກອງ​ປະ​ຊຸມເຜີຍແຜ່ ກ່ຽວ​ກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສ​ປ​ປ ລາວ ໃຫ້ແກ່ພະນັກງານ ຈາກກົມກອງອ້ອມ​ຂ້າງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ.

ເຂົ້າຮ່ວມກອງ​ປະ​ຊຸມ​ເຜີຍ​ແຜ່​ຄັ້ງ​ວັນ​ທີ 18 ພະ​ຈິກ 2020 ທີ່​ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ມີ ທ່ານ ພັນເອກ ອານຸເດດ ຄູນຄຳ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ໃຫ້​ກຽດເປັນປະທານຮ່ວມ, ມີຫົວ​ໜ້າ​ກົມ, ຮອງ​ກົມ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ຄານ ແລະ ຜູ້​ຕາງ​ໜ້າ​ຈາກ​ກົມກອງ​ອ້ອມ​ຂ້າງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເຂົ້າ​ຮ່ວມ​ທັງ​ໝົດ 100​ ທ່ານ​. ສ່ວນ​ກອງ​ປະ​ຊຸມ​ເຜີຍ​ແຜ່ຄັ້ງ​ວັນ​ທີ 19 ພະ​ຈິກ 2020 ຢູ່​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ມີ ທ່ານ ວິໄລ ວົງຂະເສີມ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ສູນກາງສະຫະພັນກຳມະບານລາວ ເປັນປະທານຮ່ວມ ແລະ ມີບັນ​ດາ​ທ່ານ​ຫົວ​ໜ້າ​ກົມ, ຮອງ​ຫົວ​ໜ້າ​ກົມ, ຫົວ​ໜ້າ​ສະ​ຖາ​ບັນ ແລະ ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ, ສະ​ຖາ​ບັນ ​ອ້ອມ​ຂ້າງ​ ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ເຂົ້າ​ຮ່ວມຈຳ​ນວນ 81 ທ່ານ.

ຈຸດປະສົງຕົ້ນ​ຕໍຂອງການ​ຈັດ​ກອງປະຊຸມດັ່ງກ່າວ ແມ່ນເພື່ອເພີ່ມທະວີການສ້າງຄວາມຮັບຮູ້ແລະເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບ ຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດປພຍຂອງສປປລາວເພື່ອແນໃສ່ສົ່ງເສີມການປະກອບສ່ວນແລະມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ໃນກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍ​ແຜ່ ກ່ຽວ​ກັບປະຫວັດຄວາມເປັນມາ ແລະຄວາມ​ໝາຍ​ຄວາມ​ຄຳ​ຄັນປ​ແຕ່​ລະ​ເປົ້າ​ໝາຍ ຂອງ ປ​ພຍ (17 ເປົ້າ​ໝາຍ​ຂອງ​ສາ​ກົນ ແລະ 1 ເປົ້າ​ໝາຍ​ແຫ່ງ​ຊາດ), ເອກະສານສໍາຄັນເພື່ອຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດປພຍ ຢູ່ ປະ​ເທດ​ເຮົາ ເປັນ​ຕົ້ນ​ແມ່ນ ແຜນປະຕິບັດງານແຫ່ງຊາດເພື່ອການຈັດຕັ້ງປະຕິບັດປພຍ, ແຜນດໍາເນີນງານການສື່ສານ, ໂຄສະນາແລະເຜີຍແຜ່ປພຍທົ່ວປະເທດ, ທິດທາງການເຊື່ອມສານປພຍຮອດປີ2030ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນ​ແຕ່​ລະ​ໄລ​ຍະ, ຄວາມສຳຄັນຂອງວຽກງານສະຖິຕິແລະການເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ(VNR) ໃນການຈັດຕັ້ງປະຕິບັດ ປພຍ ເພື່ອສະເໜີໃຫ້ແກ່ອົງການ ສະຫະປະຊາຊາດ (ສປຊ),ກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ບົດຮຽນແລະປະສົບການຕົວຈິງໃນການຈັດຕັ້ງປະຕິບັດປພຍໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນບັນດາຂໍ້ສະ​ດວກ, ຂໍ້ຫຍຸ້ງຍາກແລະສິ່ງທ້າທາຍທີ່ຈະຕ້ອງໄດ້ພ້ອມ​ກັນສຸມໃສ່ແກ້ໄຂໃນຕໍ່ໜ້າ ເປັນ​ຕົ້ນ​ແມ່ນ ​ບັນ​ຫາ​ງົບ​ປະ​ມານ ແລະ ​ການ​ລະ​ດົມ​ທຶນ​ເຂົ້າ​ໃສ່​ການ​ຈັດ​ຕັ້ງ​ວຽກ​ງານໂຄງ​ການ​ຕ່າງໆ​ຂອງ​ແຕ່​ລະ​ເປົ້າ​ໝາຍ ແຕ່​ລະ​ຂະ​ແໜງ​ການ, ການ​ສ້າງ​ຄວາມ​ຮັບ​ຮູ້ ແລະ​ເຂົ້າ​ໃຈກ່ຽວ​ກັ​ບ ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງ​ ປ​ພຍ ໃຫ້​ທົ່ວ​ສັງ​ຄົມ​, ຄວາມ​ສາ​ມາດ​ຂອງ​ບຸກ​ຄະ​ລາ​ກອນ​ທີ່​ຍັງ​ມີ​ຄວາມ​ຈຳ​ກັດ, ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ ແລະການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ Covid-19 ອັນ​ໄດ້ສົ່ງ​ຜົນ​ກະ​ທົ​ບ​ໂດຍ​ກົງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ ກໍ​ຄື ຄວາມ​ຄືບ​ໜ້າ​ໃນຄວາມ​ພະ​ຍາ​ຍາມ​ເພື່ອ​ບັ​ນ​ລຸ​ເປົ້າ​ໝາຍ ປ​ພຍ ພາຍ​ໃນ​ປີ 2030 ໂດຍ​ລວ​ມ.

​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນ​ທ້າຍປີ 2015. ຈາກນັ້ນ, ສປປ ລາວ ​ເປັນ​ປະ​ເທດ​ທຳ​ອິດທີ່ມີ​ການ​ຮັບຮອງເອົາໝາຍ​ແຫ່ງ​ຊາດຄື: ເປົ້າໝາຍທີ່ 18: ຊີ​ວິດ​ທີ່​ປອດ​ໄພ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ/UXO ແລະໄດ້​ມີ​ຄວາມ​ພະ​ຍາ​ຍາມສູງ​ໃນ​ການເຊື່ອມສານບັນ​ດາ​ຕົວ​ຊີ້ບອກ​ຂອງ ປ​ພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງ​ຕົນ ໂດຍສະເພາະແມ່ນ ແຜນພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ ຄັ້ງ​ທີ VIII (2016-2020) ຊຶ່ງ​ກວມ​ເອົາປະ​ມານ 60% ຂອງ​ຕົວ​ຊີ​ບອກ​ທັງ​ໝົດຂອງ​ແຜນ​ດັ່ງ​ກ່າວ ແລະຍັງ​ຈະສືບຕໍ່ເຊື່ອມ​ສານ​ບັນ​ດາ​ຕົວ​ຊີ​ບອກ​ທີ່​ຍັງ​ເຫຼືອເຂົ້າ​ໃສ່ແຜນພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ ຄັ້ງ​ທີ IX ແລະ ແຜນ X ຂອງ​ຕົນ, ແນໃສ່ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ​ຕາມ​ທິດສີ​ຂຽວ ແລະ ຍືນ​ຍົງ, ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ປັບ​ປຸງ​ບັນ​ດາ​ພື້ນ​ຖານ​ໂຄງ​ລາງ​ທີ່​ຈຳ​ເປັນ ແລະ ສ້າງ​ບັນ​ດາ​ປະ​ຖົມ​ປັດ​ໃຈ ເພື່ອກະກຽມຄວາມພ້ອມໃຫ້​ແກ່ການນຳ​ພາ​ປະ​ເທດ​ຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກ້າວ​ຂຶ້ນ​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງໃນອານາຄົດ. ສະ​ນັ້ນ, ການລົງໄປເຜີຍແຜ່ດັ່ງກ່າວ ເປັນສ່ວນໜຶ່ງຂອງແຜນປະຈໍາປີຂອງກອງເລຂາ ປພຍ ເພື່ອສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມເພື່ອຮັບປະກັນການຈັດຕັ້ງປະຕິບັດ ປພຍ ໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ, ບົນທິດ​ທາງ “ກ້າວໄປພ້ອມກັນ” ຫຼື (Leaving no one behind) ແນ​ໃສ່​ໃຫ້​ສາ​ມາດ​ບັນລຸຄາດ​ໝາຍ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ພາຍໃນ​ປີ 2030 ຢູ່ປະເທດເຮົາໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480280
ມື້ນີ້110
ມື້ວານ157
ອາທິດນີ້678
ເດືອນນີ້6511