ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຈຳປີ ກຸ່ມຄະນະຊີ້ນຳຂອງໂຄງການ OECD ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 6 ແລະ ກອງປະຊຸມປິ່ນອ້ອມ ຜ່ານລະບົບວີດີໂອທາງໄກ

20201057STKDDG

 

WhatsApp Image 2020-10-07 at 175524

 

ໃນວັນທີ 05-07 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ດາລີລັກ ແກ້ວບັນດິດ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ກຸ່ມຄະນະຊີ້ນຳຂອງໂຄງການ OECD ສຳລັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 6 (The Sixth Streering Group of Southeast Asia Regional Programme (SEARP) ແລະ ກອງປະຊຸມປິ່ນອ້ອມ ຜ່ານລະບົບວີດີໂອທາງໄກ.

 

ກອງປະຊຸມ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ສ.ເກົາຫຼີ ແລະ ໄທ ໂດຍມີບັນດາປະເທດສະມາຊິກ OECD, ປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ, ບັນດາຊ່ຽວຊານ ແລະ ຜູ້ວາງນະໂຍບາຍ ຈາກອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມ. ວາລະສໍາຄັນຂອງກອງປະຊຸມຄັ້ງນີ້ ແມ່ນແບ່ງອອກເປັນ 3 ພາກ ຄື: ໃນວັນທີ 5 ຕຸລາ 2020 ແມ່ນກອງປະຊຸມທາງໄກເຄືອຂ່າຍການຈັດຕັ້ງປະຕິບັດລະບຽບການທີ່ດີຂອງ ອາຊຽນ-OECD ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ລະບຽບການທີ່ດີກວ່າເກົ່າສຳລັບການຟື້ນຟູຫຼັງ COVID-19” ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການກຳນົດ​​ລະບຽບ​ການທີ່ເໝາະສົມ ແລະ ສອດຄ່ອງໃນໄລຍະທີ່ມີການລະບາດຂອງພະຍາດ COVID-19; ໃນວັນທີ 06 ຕຸລາ 2020 ແມ່ນກອງປະຊຸມສໍາມະນາ ໃນຫົວຂໍ້ “ວິທີການຂັບເຄື່ອນການຟື້ນຟູພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19”, ເຊິ່ງໄດ້ປຶກສາຫາລື ໂດຍແນ່ໃສ່ 4 ຂົງເຂດສໍາຄັນ ຄື: ພື້ນຖານໂຄງລ່າງທີ່ເຂັ້ມແຂງ, ຕ່ອງໂສ້ການສະໜອງສິນຄ້າສາກົນ ແລະ ນະໂຍບາຍປົກປ້ອງຕົນເອງ,​ ການສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ການພັດທະນາທັກສະຕ່າງໆໃຫ້ແກ່ແຮງງານ; ແລະ ວັນທີ 07 ຕຸລາ 2020 ແມ່ນກອງປະຊຸມ ກຸ່ມຄະນະຊີ້ນຳຂອງໂຄງການ OECD ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ທົບທວນຄືນບັນດາກິດຈະກຳຕ່າງໆຂອງ SEARP ໃນປີ 2020 ແລະ ແຜນການໃນປີ 2021 ພ້ອມທັງປຶກສາຫາລື ກ່ຽວກັບ ການຮັບມືກັບບັນດາສິ່ງທ້າທາຍທາງດ້ານເສດຖະກິດ ແລະ ສັງຄົມ ໃນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19.

 

ກຸ່ມ​ຄະນະຊີ້​ນຳຂອງໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງ OECD (Steering GroupMeeting of the OECD Southeast Asia Regional Programme (SEARP)) ໄດ້ສ້າງຕັ້ງຂື້ນໃນ​ໂອກາດກອງ​ປະຊຸມສະພາ​ລັດຖະມົນຕີ ໃນເດືອນພຶດສະພາ 2014 ໂດຍແມ່ນເລຂາທິການໃຫຍ່ OECD ​ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ (ທ່ານ Shinzo Abe) ​ເປັນປະທານຮ່ວມເປີດ. ຈຸດປະສົງຂອງ SEARP ​ເພື່ອ​ສະ​ໜັບສະ​ໜູນບັນດານະໂຍບາຍ​ບູລິ​ມະ​ສິດ​ ພາຍ​​ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ການ​ປະຕິ​ຮູບ​ດ້ານ​ນະ​ໂຍບາຍ ​ແລະ ຄວາມ​ພະຍາຍາມ ​ເພື່ອ​ການ​ເຊື່ອມ​ໂຍງໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຜ່ານມາ SEARP ໄດ້ຈັດກອງປະຊຸມຄະນະຊີ້ນໍາດັ່ງກ່າວມາແລ້ວ 5 ຄັ້ງ ແລະ ກອງປະຊຸມລະດັບລັດຖະມົນຕີ 1 ຄັ້ງ ເຊິ່ງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມຢ່າງເປັນປົກກະຕິ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480244
ມື້ນີ້74
ມື້ວານ157
ອາທິດນີ້642
ເດືອນນີ້6475