ໃນວັນທີ 05-07 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ດາລີລັກ ແກ້ວບັນດິດ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ກຸ່ມຄະນະຊີ້ນຳຂອງໂຄງການ OECD ສຳລັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 6 (The Sixth Streering Group of Southeast Asia Regional Programme (SEARP) ແລະ ກອງປະຊຸມປິ່ນອ້ອມ ຜ່ານລະບົບວີດີໂອທາງໄກ.
ກອງປະຊຸມ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ສ.ເກົາຫຼີ ແລະ ໄທ ໂດຍມີບັນດາປະເທດສະມາຊິກ OECD, ປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ, ບັນດາຊ່ຽວຊານ ແລະ ຜູ້ວາງນະໂຍບາຍ ຈາກອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມ. ວາລະສໍາຄັນຂອງກອງປະຊຸມຄັ້ງນີ້ ແມ່ນແບ່ງອອກເປັນ 3 ພາກ ຄື: ໃນວັນທີ 5 ຕຸລາ 2020 ແມ່ນກອງປະຊຸມທາງໄກເຄືອຂ່າຍການຈັດຕັ້ງປະຕິບັດລະບຽບການທີ່ດີຂອງ ອາຊຽນ-OECD ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ລະບຽບການທີ່ດີກວ່າເກົ່າສຳລັບການຟື້ນຟູຫຼັງ COVID-19” ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການກຳນົດລະບຽບການທີ່ເໝາະສົມ ແລະ ສອດຄ່ອງ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19; ໃນວັນທີ 06 ຕຸລາ 2020 ແມ່ນກອງປະຊຸມສໍາມະນາ ໃນຫົວຂໍ້ “ວິທີການຂັບເຄື່ອນການຟື້ນຟູພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19”, ເຊິ່ງໄດ້ປຶກສາຫາລື ໂດຍແນ່ໃສ່ 4 ຂົງເຂດສໍາຄັນ ຄື: ພື້ນຖານໂຄງລ່າງທີ່ເຂັ້ມແຂງ, ຕ່ອງໂສ້ການສະໜອງສິນຄ້າສາກົນ ແລະ ນະໂຍບາຍປົກປ້ອງຕົນເອງ, ການສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ການພັດທະນາທັກສະຕ່າງໆໃຫ້ແກ່ແຮງງານ; ແລະ ວັນທີ 07 ຕຸລາ 2020 ແມ່ນກອງປະຊຸມ ກຸ່ມຄະນະຊີ້ນຳຂອງໂຄງການ OECD ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ທົບທວນຄືນບັນດາກິດຈະກຳຕ່າງໆຂອງ SEARP ໃນປີ 2020 ແລະ ແຜນການໃນປີ 2021 ພ້ອມທັງປຶກສາຫາລື ກ່ຽວກັບ ການຮັບມືກັບບັນດາສິ່ງທ້າທາຍທາງດ້ານເສດຖະກິດ ແລະ ສັງຄົມ ໃນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19.
ກຸ່ມຄະນະຊີ້ນຳຂອງໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງ OECD (Steering GroupMeeting of the OECD Southeast Asia Regional Programme (SEARP)) ໄດ້ສ້າງຕັ້ງຂື້ນໃນໂອກາດກອງປະຊຸມສະພາລັດຖະມົນຕີ ໃນເດືອນພຶດສະພາ 2014 ໂດຍແມ່ນເລຂາທິການໃຫຍ່ OECD ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ (ທ່ານ Shinzo Abe) ເປັນປະທານຮ່ວມເປີດ. ຈຸດປະສົງຂອງ SEARP ເພື່ອສະໜັບສະໜູນບັນດານະໂຍບາຍບູລິມະສິດ ພາຍໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ການປະຕິຮູບດ້ານນະໂຍບາຍ ແລະ ຄວາມພະຍາຍາມ ເພື່ອການເຊື່ອມໂຍງໃນອາຊີຕາເວັນອອກສ່ຽງໃຕ້. ຜ່ານມາ SEARP ໄດ້ຈັດກອງປະຊຸມຄະນະຊີ້ນໍາດັ່ງກ່າວມາແລ້ວ 5 ຄັ້ງ ແລະ ກອງປະຊຸມລະດັບລັດຖະມົນຕີ 1 ຄັ້ງ ເຊິ່ງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມຢ່າງເປັນປົກກະຕິ.