ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ທາງໄກ ອາຊຽນ-ຍີ່ປຸ່ນ ຄັ້ງທີ 35

20201012-asean-health1

20201012-asean-health2

20201012-asean-health3

           ໃນວັນທີ 14 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ຕາງໜ້າ ໃຫ້ເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ກອງປະຊຸມປຶກສາຫາລື ທາງໄກ ອາຊຽນ-ຍີ່ປຸ່ນ ຄັ້ງທີ 35 (35th ASEAN-Japan Forum) ພາຍໃຕ້ ການເປັນປະທານຮ່ວມ ຂອງ ທ່ານ Nguyen Quoc Dzung, ຮອງລັດຖະມົນຕີຕ່າງປະເທດ, ເຈົົ້າໜ້າທີີ່ອາວຸໂສອາຊຽນ ຂອງ ຫວຽດນາມ ແລະ ທ່ານ Takeo Mori, ຮອງລັດຖະມົນຕີຕ່າງປະເທດ, ເຈົົ້າໜ້າທີີ່ອາວຸໂສ ຂອງ ຍີ່ປຸ່ນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາແຜນ ແລະ ໂຄງການ ພາຍໃຕ້ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ໄລຍະ 2016-2020, ເຊິ່ງກວມເອົາ ການຮ່ວມມື ໃນ 5 ຂົງເຂດບູລິມະສິດຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ, ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ, ຄູ່ຮ່ວມມືໃຈເຖິງໃຈ, ແລະ ການເສີມສ້າງຂີດຄວາມສາມາດຂອງ ສະຖາບັນອາຊຽນ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຢ້ຳຄືນຄຳໝາຍໝັ້ນຈະສືບຕໍ່ຮ່ວມມືກັນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19; ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການພັດທະນາຊັບພະຍາກອນມະນຸດດ້ວຍການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ; ການພັດທະນາຕົວເມືອງອັດສະລິຍະ; ການຫັນໄປສູ່ເສດຖະກິດດີຈິຕອນ; ແລະ ການພັດທະນາແບບຍືນຍົງ.

ໃນໂອກາດນີ້, ກອງປະຊຸມຍັງ ໄດ້ປືກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ເປັນຕົ້ນ: ບັນຫາແຫຼມເກົາຫຼີ, ເອກະສານແນວຄວາມຄິດ ອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ແລະ ບັນຫາອື່ນໆ.

ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ລັດສະໝີ ແກ້ວມະນີ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ໄດ້ສຶບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາ ລະນະສຸກ ຄັ້ງທີ 4 ແບບທາງໄກ (4th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມອາຊຽນ, ເຈົ້າໜ້າທີ່ອາວຸ ໂສເສດຖະກິດອາຊຽນ, ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ.

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມຂອງອາຊຽນ ເພື່ອຮັບມືກັບພະຍາດ ໂຄວິດ-19 ເປັນຕົ້ນ: 1). ໄດ້ເຫັນດີຕໍ່ຮ່າງພາລະບົດບາດຂອງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ; 2). ໄດ້ມອບໃຫ້ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ສືບຕໍ່ຮ່າງເອກະສານມາດຕະຖານການດໍາເນີນງານອາຊຽນ ສໍາລັບພາວະສຸກເສີນດ້ານສາທາລະນະສຸກ; ແລະ 3). ເຫັນດີໃນດ້ານຫຼັກການ ຕໍ່ຮ່າງແຜນຟື້ນຟູຮອບ ດ້ານຂອງອາຊຽນ ສະບັບທໍາອິດ ແລະ ຮ່າງແຜນໃນການຈັດຕັ້ງປະຕິບັດແຜນຟື້ນຟູດັ່ງກ່າວ ແລະ ມອບໃຫ້ກອງເລຂາອາຊຽນສັງລວມຮ່າງແຜນດັ່ງກ່າວຄືນ ໂດຍອີງໃສ່ຄໍາຄິດເຫັນຂອງປະເທດສະມາຊິກອາຊຽນໃນກອງປະຊຸມຄັ້ງນີ້ຕື່ມ ກ່ອນ ນໍາສະເໜີໃນຂັ້ນຕໍ່ໄປ.

ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າ ກ່ຽວກັບ ການສຶກສາຄວາມເປັນໄປໄດ້ໃນການສ້າງສູນອາຊຽນ ສໍາລັບ ພາວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ເກີດຂຶ້ນໃໝ່ ໂດຍການສະໜັບສະໜູນຂອງຍີ່ປຸ່ນ, ການພິຈາລະນາຂໍ້ລິເລີ້ມຂອງອິນໂດເນເຊຍ ກ່ຽວກັບ ຂໍ້ຕົກລົງການສ້າງແລວການເດີນທາງພິເສດພາຍໃນອາຊຽນ ລວມທັງເນື້ອໃນສໍາຄັນຂອງກອງປະຊຸມຜູ້ຊ່ຽວຊານ EAS ຕໍ່ພະຍາດ ໂຄວິດ-19 ທີ່ຈະປຶກສາຫາລືກັນ ໃນຕອນຄໍ່າຂອງມື້ດຽວກັນນີ້.

ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 28 (28th ASEAN Coordinating Council Meeting), ຊຶ່ງຈະຈັດຂຶ້ນໃນວັນທີ 10 ພະຈິກ 2020 ພິຈາລະນາມີທິດຊີ້ນໍາ ແລະ ຜັນຂະຫຍາຍຕໍ່ໄປ ກ່ອນນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2020 ນີ້.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485819
ມື້ນີ້118
ມື້ວານ206
ອາທິດນີ້855
ເດືອນນີ້5124