ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການເຂົ້າຮ່ວມກອງປະຊຸມສະພາບໍລິຫານ ແລະ ກອງປະຊຸມຄະນະປະຈໍາສະຖາບັນແມ່ນໍ້າຂອງ ຄັ້ງທີ 1 ປະຈໍາສົກປີ 2020 ຜ່ານລະບົບວີດີໂອທາງໄກ

20200828Eco

 

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນສະມາຊິກສະພາບໍລິຫານ ສະຖາບັນແມ່ນໍ້າຂອງ (Mekong Institute Council Member) ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ສະພາບໍລິຫານສະຖາບັນ     ແມ່ນໍ້າຂອງ ຄັ້ງທີ 1 ປະຈໍາສົກປີ 2020 ຜ່ານລະບົບວີດີໂອທາງໄກ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2020 ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ຂອງ ສະຖາບັນແມ່ນໍ້າຂອງ ໃນສະພາບການທີ່ໄດ້ຮັບຜົນກະທົບ ຈາກ COVID-19 ໂດຍສະເພາະ ແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆ ລວມທັງ ແຜນງົບປະມານໃນ 6 ເດືອນທ້າຍປີ 2020. ກອງປະຊຸມ ໄດ້ຮັບຮອງເອົາ ບົດບັນທຶກຜົນກອງປະຊຸມ ສະພາບໍລິຫານສະຖາບັນແມ່ນໍ້າຂອງ ຄັ້ງທີ 2 ປະຈໍາປີ 2019 ທີ່ ສສ ຫວຽດນາມ, ບົດກວດສອບການເງິນ ປະຈໍາສົກປີ 2019 ແລະ ແຜນງົບປະມານ ສໍາລັບປີ 2020. ພ້ອມນີ້, ໄດ້ປຶກສາຫາລື ກ່ຽວກັບຮ່າງແຜນຍຸດທະສາດ 2021-2025          ແລະ ປັບປຸງຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງ ສະຖາບັນແມ່ນໍ້າຂອງ ເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນພາກພື້ນ ໂດຍສະເພາະ ຕໍ່ກັບສະພາບການທີ່ພະຍາດ ຍັງສືບຕໍ່ລະບາດຢູ່ໃນຫຼາຍພາກພື້ນ. ໃນໂອກາດດຽວກັນນັ້ນ, ກອງປະຊຸມໄດ້             ເປັນເອກະພາບຮັບຮອງເອົາ ທ່ານ Souliyan Vichitlekarn, ເປັນຜູ້ອໍານວຍການຜູ້ໃໝ່ຂອງສະຖາບັນແມ່ນໍ້າຂອງ ປ່ຽນແທນ ທ່ານ Dr. Watcharas Leelawath, ຜູ້ອໍານວຍການຜູ້ເກົ່າທີ່ຈະໝົດວາລະໃນເດືອນສິງຫາ 2020 ນີ້.

ເພື່ອກະກຽມທາງດ້ານເນື້ອໃນໃຫ້ແກ່ ກອງປະຊຸມດັ່ງກ່າວຂ້າງເທິງ, ໃນຕອນເຊົ້າຂອງວັນທີ 27 ສິງຫາ 2020, ໄດ້ມີ   ກອງປະຊຸມ ຄະນະປະຈໍາສະຖາບັນແມ່ນໍ້າຂອງ, ຊຶ່ງ ທ່ານ ນາງ ດາລີລັກ ແກ້ວບັນດິດ, ຮອງຫົວໜ້າກົມເສດຖະກິດ, ກະຊວງ      ການຕ່າງປະເທດ, ທັງເປັນຄະນະປະຈໍາ ສະຖາບັນແມ່ນໍ້າຂອງ ຂອງ ສປປ ລາວ (Mekong Institute Steering Committee Member) ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

                                                          ນະຄອນຫຼວງວຽງຈັນ, ວັນທີ28ສິງຫາ2020

ກົມ​ເສດຖະກິດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568