ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ ຢ້ຽມຂໍ່ານັບການນຳແຂວງ ເຊິນລາ ແລະ ດ້ຽນບຽນ

20200806LaoAmb

20200806LaoAmb1

ໃນລະຫວ່າງວັນທີ 28 ກໍລະກົດ - 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ຟາມວັນຖຸຍ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊິນລາ ແລະ ທ່ານ ມົວອາເຊິນ, ຮອງເລຂາຄະນະພັກແຂວງ, ປະທານຄະ ນະກຳມະການປະຊາຊົນແຂວງ ດ້ຽນບຽນ ທີ່ ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ.

ການນຳທັງສອງແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມືລະ ຫວ່າງແຂວງ ເຊິນລາ, ດ້ຽນບຽນ ກັບສະຖານທູດລາວ ແລະ ບັນດາແຂວງພາກເໜືອຂອງ ສປປ ລາວ, ພ້ອມທັງໄດ້ລາຍງານສະພາບຈຸດພິເສດດ້ານທີ່ຕັ້ງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ໃຫ້ທ່ານເອກອັກຄະລັດຖະທູດໄດ້ຮັບຊາບ, ໂດຍສະເພາະແມ່ນການແລກປ່ຽນການຢ້ຽມ ຢາມຂອງຄະນະຜູ້ແທນຂອງແຂວງ, ການຊ່ວຍເຫຼືອດ້ານສາທາລະນະສຸກ, ການສຶກສາ, ກະສິກໍາ​, ການທ່ອງທຽວ, ການລົງທຶນ, ການຄ້າ,​ ການແກ້ໄຂບັນຫາການຕັ້ງພູມລໍາເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ, ການປະສານງານໃນການຊອກຫາອັດທິທະຫານຫວຽດນາມທີ່ເສຍຊີວິດຢູ່ລາວໃນສະໄໝສົງຄາມ ແລະ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂອບເຂດບໍລິເວນຊາຍແດນຂອງສອງປະເທດ, ໂດຍສະເພາະແມ່ນການຕ້ານການຄ້າຂ້າມຊາຍແດນທີ່ຜິດກົດໝາຍ, ພ້ອມກັນນັ້ນແຂວງ ເຊິນລາ ຍັງໄດ້ສະເໜີໃຫ້ຊ່ວຍຊຸກຍູ້ລັດຖະບານຂອງສອງປະເທດຍົກລະດັບດ່ານລອງເຊິບ ແຂວງ ເຊິນລາ ແລະ ປ່າຮາງ ແຂວງ ຫົວພັນ ເປັນດ່ານສາກົນ.

   ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳທັງສອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຕີລາຄາສູງຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ທັງສອງແຂວງທີ່ມີການພັດທະນາຢ່າງວ່ອງໄວ. ສະແດງຄວາມຂອບໃຈທີ່ທັງສອງແຂວງໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆແກ່ບັນດາແຂວງພາກເໜືອຂອງລາວ ແລະ ສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອ, ສົ່ງເສີມການລົງທຶນໃຫ້ນັກລົງທຶນຫວຽດນາມໄປລົງທຶນຢູ່ບັນດາແຂວງພາກເໜືອຂອງລາວໃຫ້ຫຼາຍຂື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການຕັ້ງຖິ່ນຖານພູມລຳເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັກສາຄວາມສະຫງົບຂອບເຂດບໍລິເວນຊາຍແດນ, ສະເໜີໃຫ້ແຂວງ ດ້ຽນບຽນ ສືບຕໍ່ໃຫ້ການຊ່ວຍເຫຼືອຊຸກຍູ້ລັດຖະ ບານຫວຽດນາມສະໜອງເງິນຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ພູທິດເຜິ້ງຫານາຊອນ ຈາກແຂວງ ຫຼວງພະບາງ ໄປຫາຊາຍແດນແຂວງ ດ້ຽນບຽນ.

      ທ່ານເອກອັກຄະລັດຖະທູດ ຍັງໄດ້ໄປຢ້ຽມຢາມພົບປະໂອ້ລົມນັກສຶກສາລາວທີ່ກຳລັງສຶກສາ ແລະ ກັກກັນຢູ່ສູນຕ້ານພະຍາດໂຄວິດ ຢູ່ ແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ເຊິ່ງທ່ານໄດ້ສະແດງຄວາມເປັນຫວງເປັນໄຍ ແລະ ຮຽກຮ້ອງໃຫ້ບັນດານັກສຶກສາລາວໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍ່ຄືການເອົາໃຈໃສ່ຕໍ່ວຽກງານວິຊາສະເພາະການສຶກສາຄົ້ນຄວ້າຮ່ຳຮຽນ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຕາມລະບຽບຂອງໂຮງຮຽນ ແລະ ກົດໝາຍຂອງປະເທດເຈົ້າພາບຢ່າງເຂັ້ມງວດ, ຕ້ອງຮູ້ບຸນຄຸນຕໍ່ປະເທດເຈົ້າພາບ, ເປັນເຈົ້າການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດອັນເປັນມູນເຊື້ອອັນຍາວນານລະຫວ່າງສອງພັກ, ສອງລັດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ.

         ນອກຈາກນັ້ນ, ກໍ່ຍັງໄດ້ລົງຢ້ຽມຢາມພື້ນທີ່ການຜະລິດຈຳນວນໜຶ່ງ ໂດຍສະເພາະສວນປູກໝາກລຳໄຍ, ປູກ   ໝາກຜຸກ (​ ກ້ຽງໃຫຍ່ ) ແລະ ໝາກຂຽບ ສົ່ງອອກຕະຫຼາດຕ່າງປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484633
ມື້ນີ້149
ມື້ວານ188
ອາທິດນີ້1071
ເດືອນນີ້3938