ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2020, ທ່ານ ໄພລາມ ອຸດົມຄໍາ, ຫົວໜ້າກົມພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ພະນັກງານສະຖານທູດລາວ ທີ່ ວໍຊິງຕັນ ດີຊີ ແລະ ສະຖາບັນແລກປ່ຽນ ສ.ອາເມຣິກາ-ສປປ ລາວ ໄດ້ມອບທຶນຊ່ວຍເຫຼືອໃຫ້ແກ່ໂຮງໝໍມິດຕະພາບ ເພື່ອສະໜັບສະໜູນໃຫ້ແພດໝໍຜູ້ເສຍສະຫຼະຕໍ່ສູ້ ແລະ ເຮັດວຽກປິ່ນປົວຜູ້ຕິດເຊື້ອໂຄວິດ - 19 ຢູ່ໂຮງໝໍມິດຕະພາບ (150 ຕຽງ).
ທ່ານ ດຣ ສະໜອງ ທອງຊະນະ, ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມຄະນະອໍານວຍການ ແລະ ແພດໝໍ ໄດ້ຈັດພິທີມອບ-ຮັບ ທຶນດັ່ງກ່າວ ເຊິ່ງມີເງິນຈໍານວນ 1.200 ໂດລາສະຫະລັດ ພ້ອມທັງໄດ້ສະແດງຄວາມຂອບໃຈມາຍັງສະຖານທູດລາວ ທີ່ ວໍຊິງຕັນ ດີຊີ ແລະ ສະຖາບັນແລກປ່ຽນ ສ.ອາເມລິກາ-ສປປ ລາວ ທີ່ປະກອບສ່ວນຊ່ວຍເຫຼືອໃຫ້ແກ່ພະນັກງານແພດໝໍ ເວົ້າລວມ, ເວົ້າສະເພາະແມ່ນຜູ້ເສຍສະຫຼະຕໍ່ສູ້ ແລະ ເຮັດວຽກປິ່ນປົວ ຜູ້ຕິດເຊື້ອໂຄວິດ - 19. ພ້ອມດຽວກັນນັ້ນ, ຍັງໄດ້ມອບໃບຈາລຶກບຸນຄຸນໃຫ້ແກ່ ສະຖາບັນ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຜ່ານ ທ່ານ ຫົວໜ້າກົມ ພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄປຍັງສະຖານທູດລາວ ທີ່ ວໍຊິງຕັນ ດີຊີ ແລະ ສະຖາບັນດັ່ງກ່າວ. ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕື່ມອີກໃນຄັ້ງຕໍ່ໄປ.