ຕາມການເຊື້ອເຊີນຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ໃນລະຫວ່າງວັນທີ 18-19 ກໍລະກົດ 2020, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ພະນັກງານຈຳນວນໜຶ່ງ ໄດ້ເຂົ້າຮ່ວມພິທີໄຕ້ທູບທຽນ ເນື່ອງໃນວັນເສຍອົງຄະ-ວິລະຊົນແຫ່ງຊາດຫວຽດນາມ ຄົບຮອບ 73 ປີ (27/07/1949-27/07/2020) ຢູ່ສຸສານສາກົນ ຫວຽດ-ລາວ, ເມືອງ ແອງເຊິນ, ແຂວງ ເຫງະອານ.
ໃນພິທີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ໄດ້ໄຕ້ທູບທຽນສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ທີ່ນັກຮົບຜູ້ເສຍສະຫຼະຊີວິດເພຶ່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະ ຫວຽດນາມ ທັງໄດ້ກ່າວວ່າ: ໃນປະຫວັດສາດການພົວພັນສາກົນ, ແຕ່ອະດິດມາເຖິງປະຈຸບັນ, ສາຍພົວພັນພິເສດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນລະຫວ່າງສອງປະເທດ ແບບພິເສດມີໜຶ່ງດຽວໃນໂລກ ເປັນການພົວພັນທີ່ສະໜິດແໜ້ນໝັ້ນຄົງ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ມີປະສິດທິຜົນ ລະຫວ່າງສອງຊາດ ຖຶກສ້າງຂື້ນ ແລະຖະນຸຖະໜອມຜ່ານຂະບວນການຮ່ວມສຳພັນສູ້ຮົບທີ່ເສຍສະຫຼະເລືອດເນື້ອບໍ່ຮູ້ຈັກວ່າເທົ່າໃດລຸ້ນຄົນຮ່ວມຕໍ່ສູ້ເພື່ອຄວາມເປັນເອກລາດ, ເສລີພາບ ແລະສັງຄົມທີ່ກ້າວໜ້າຂອງສອງປະເທດ.
ດ້ວຍຜົນງານ ແລະ ຄຸນງາມຄວາມດີ ທີ່ບັນດານັກຮົບໄດ້ສ້າງມານັ້ນ, ພວກເຮົາເປັນຄົນຮຸ້ນຫຼັງຂໍຈາລຶກບຸນຄຸນ, ຜົນງານຄຸນງາມຄວາມດີ ທີ່ບັນດານັກຮົບໄດ້ສ້າງໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ຈະສືບຕໍ່ເພີ່ມທະວີສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.